(vovworld) - ພາຍຫຼັງກອງປະຊຸມຕີລາຄາ ແລະ ຜັນຂະຫຍາຍການປະຕິບັດນະໂຍບາຍເຂດຊົນເຜົ່າ ແລະ ພູດອຍ, ທີ່ຫາກໍ່ຈັດຕັ້ງຂຶ້ນຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ຫາກໍ່ມີຈົດໝາຍທາງການ ຮຽກຮ້ອງໃຫ້ຄະນະກຳມະການຊົນເຜົ່າ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສຸມໃສ່ແກ້ໄຂແກ້ໄຂວຽກງານລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກຢ່າງໄວ ແລະ ໝັ້ນຄົງໃຫ້ແກ່ເຂດຊົນເຜົ່າ ແລະ ເຂດພູດອຍຕາມທິດກຳແໜ້ນສະພາບການເພື່ອແກ້ໄຂຄວາມອຶດຫິວຢ່າງທັນການ, ພິເສດແມ່ນບໍ່ໃຫ້ປະຊາຊົນຖືກອຶດຫິວ, ໜູນຊ່ວຍພໍ່ແມ່ປະຊາຊົນພັດທະນາການຜະລິດ, ລ້ຽງສັດເພື່ອເພີ່ມລາຍຮັບ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກ, ປະຕິບັດນະໂຍບາຍປູກປ່າ ແລະ ປົກປັກຮັກສາປ່າເປັນຢ່າງດີ, ປະກອບສ່ວນເພີ່ມລາຍຮັບຍົກສູງຊີວິດການເປັນຢູ່ຂອງປະຊາຊົນຊົນເຜົ່າສ່ວນໜ້ອຍ. ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ກວດກາບັນດານະໂຍບາຍໜູນຊ່ວຍການສຶກສາ ແລະ ບຳລຸງສ້າງເພື່ອຮັບປະກັນໃຫ້ລູກຫຼານຂອງຄອບຄົວທຸກຍາກໃນເຂດຊົນເຜົ່າ ແລະ ເຂດພູດອຍໄດ້ໄປຮຽນ. ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ຄະນະກຳມະການຊົນເຜົ່າ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຄວນສ້າງບັນດາແຜ່ນຮ່າງ, ນະໂຍບາຍລົງທຶນ, ໜູນຊ່ວຍວຽກງານຕັ້ງຖິນຖານຄົງທີ່ໃຫ້ພໍ່ແມ່ປະຊາຊົນຊົນເຜົ່າສ່ວນໜ້ອຍ, ນະໂຍບາຍໜູນຊ່ວຍທີ່ດິນຜະລິດ, ທີ່ດິນປຸກສ້າງເຮືອນຢູ່, ຫັນປຽນອາຊີບ ແລະ ນ້ຳໃຊ້ໃຫ້ບັນດາຄອບຄົວທຸກຍາກ, ກໍ່ຄືແຜນຮ່າງພັດທະນາແຫຼ່ງຊັບພະຍາກອນມະນຸດຢູ່ເຂດຊົນເຜົ່າ ແລະ ເຂດພູດອຍ.