ສັບປະດາທະເລ ແລະ ໝູ່ເກາະຫວຽດນາມ ປີ 2013

ສັບປະດາທະເລ ແລະ ໝູ່ເກາະຫວຽດນາມ ປີ 2013 - ảnh 1
(ພາບປະກອບ)
(vovworld) - ສັບ​ປະດາ​ທະ​ເລ ​ແລະ ໝູ່​ເກາະ​ຫວຽດນາມ ປີ 2013 ຈະ​ດຳ​ເນີນ​ໄປ​ໃນ​ລະຫວ່າງ​ວັນ​ທີ 07 – 08/06, ຢູ່​​ແຂວງ​ພາກ​ກາງ​ຮ່າ​ຕິ້ງ. ທີ່​ການ​ປະຊຸມ​ຂ່າວ​ໃນ​ຕອນ​ບ່າຍ​ວັນ​ທີ 08/05, ຢູ່​ຮ່າ​ໂນ້ຍ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ​ໃຫ້​ຮູ້​ວ່າ ສັບ​ປະດາ​ທະ​ເລ ​ແລະ ໝູ່​ເກາະ​ຫວຽດນາມ ປີ 2013 ມີ​ຫົວ​ຂໍ້​ວ່າ “ຂຸດ​ຄົ້ນ​ໄປ​ຂຽງ​ຄູ່​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ທະ​ເລ, ໝູ່​ເກາ​ະ”. ​ເລື່ອງ​ຈັດ​ຕັ້ງສັບ​ປະດາ​ທະ​ເລ ​ແລະ ໝູ່​ເກາະ​ຫວຽດນາມ ​ແມ່ນ​ເພື່ອ​ສືບ​ຕໍ່​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ທີ​ຕັ້ງ, ຄວາມ​ສຳຄັນ​ຂອງ​ທະ​ເລ, ໝູ່​ເກາະ​ໃນ​ພາລະກິດ​ສ້າງ​ສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ; ​ເຊີດ​ຊູ້​ບັນດາ​ຄຸນຄ່າຂອງ​ມະຫາ​ສະມຸດທີ່​ມີ​ຕໍ່​ຊີວິດ​ຂອງ​ມະນຸດ. ທ່ານ ຫງວຽນ​ດັງ​ດ້າວ, ຮອງ​ຫົວໜ້າ​ກົມ​ໃຫຍ່​ທະ​ເລ ​ແລະ ໝູ່​ເກາະ​ຫວຽດນາມ ​ໃຫ້​ຮູ້​ວ່າ.

        “ປີ​ນີ້​ມີ​ 3 ເຫດການ​ໃຫຍ່. ທີ​ໜຶ່ງ​ແມ່ນ ​ເວທີ​ປາ​ໄສ​ເຄື່ອງໝາຍ​ການ​ຄ້າ​ທະ​ເລ​ຫວຽດນາມ ຄັ້ງ​ທີ 5. ​ເວທີ​ປາ​ໄສ​ນີ້​ມີ​ຫົວ​ຂໍ້​ວ່າ ​ເຂດ​ອະນຸລັກຮັກສາ​ທະ​ເລ​ກັບ​ການ​ພັດທະນາ​​ແຫຼ່ງຊັບພະຍາກອນ​ສິ່ງ​​ແວ​ດລ້ອມ​ທະ​ເລ, ​ເກາະ ​ຢ່າງ​ໝັ້ນຄົງ. ທີ 2 ​ແມ່ນ, ​ເວທີ​ປາ​ໄສ​ເສດຖະກິດ​ທະ​ເລ​ຄັ້ງ​ທີ 4. ​ເນື້ອ​ໃນ​ທີ 3 ​ແມ່ນງານ​ໂຮມ​ຊຸມ​ນຸມສະ​ເຫຼີ​ມສະຫຼອງ​ວັນ​ສິ່ງ​ແວດ​ລ້ອມ​ໂລກ ຄື​ວັນ​ທີ 05/06 ​ແລະ ວັນ​ມະຫາ​ສະມຸດໂລກ 08/06. ງານ​ໂຮມ​ຊຸມ​ນຸມຈະ​ດຳ​ເນີນ​ຢູ່​ເຂດ​ທ່ອງທ່ຽວ​ ທຽນ​ເກີ​ມ, ​ແຂວງ ຮ່າຕິ້ງ ​ແລະ ​ໄດ້ຮັບ​ການ​ຖ່າຍ​ຖອດ​ສົດ​​ທາງ​ໂທລະພາບໃນ​ຕອນ​ເຊົ້າ​ວັນ​ທີ 08/06”.

ຂ່າວ/ບົດ​ອື່ນ