ພາບປະກອບ:internet
|
(vovworld) - ວັນທີ 2/4, ດ້ວຍບັດເຫັນດີ 154 ບັດ ແລະ ບັດຄ້ານ 3 ບັດ, ກອງປະຊຸມສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາສົນທິສັນຍາຄຸ້ມຄອງການເຄື່ອນໄຫວຄ້າຂາຍອາວຸດທຳມະດາລວມມູນຄ່າ 80 ຕື້ USD/ປີ. ເອກະສານສຳຄັນສະບັບນີ້ຈະປະກອບສ່ວນຈຳກັດການຄ້າຂາຍອາວຸດທຳມະດາໃຫ້ແກ່ບັນດາລັດຖະບານ ແລະ ກຸ່ມປະກອບອາວຸດຄືອາດຊະຍາກຳສົງຄາມ, ດັບສູນເຊື້ອຊາດຫລືປະຕິບັດບັນດາການກະທຳໃຊ້ຄວາມຮຸນແຮງດ້ວຍຂອບຂະຫນາດໃຫຍ່. ຊີຣີ, ສປປ ເກົາຫລີ ແລະ ແມ່ນ ອີຣານ, ສາມປະເທດຄັດຄ້ານເລື່ອງຮັບຮອງເອົາສົນທິສັນຍາສະບັບນີ້ໃນອາທິດກ່ອນ ດ້ວຍເຫດຜົນ ສົນທິສັນຍາດັ່ງກ່າວຈະສະກັດກັ້ນບັນດາປະເທດນ້ອຍໃນການຊື້ຂາຍ, ມອບໂອນອາວຸດດ້ວຍຈຸດປະສົງປ້ອງກັນຕົນເອງ. ໃນຂະນະນັ້ນ ລັດເຊຍ ນອນໃນຈຳນວນ 23 ປະເທດປ່ອນບັດຂາວ ຍ້ອນມີຄວາມວິຕົກກັງວົນກ່ຽວກັບບັນດາມາດຕາຊື່ງປະເທດນີ້ຖືວ່າບໍ່ທັນຈະແຈ້ງໃນສັນຍານີ້ໄວ້, ໃນນັ້ນມີຄຳນິຍາມກ່ຽວກັບການດັບສູນເຊື້ອຊາດ.
ນີ້ແມ່ນສົນທິສັນຍາສຳຄັນສະບັບທຳອິດກ່ຽວກັບອາວຸດຂອງໂລກ ນັບແຕ່ພາຍຫລັງສົນທິສັນຍາຫ້າມທົດລອງອາວຸດນິວເຄຼຍຮອບດ້ານປີ 1996. ສົນທິສັນຍາສະບັບໃຫມ່ນີ້ເພື່ອຈຸດປະສົງເຮັດໃຫ້ບັນດາປະເທດຕ້ອງວາງອອກບັນດາຂໍ້ກຳນົດວ່າແຫ່ງລັດ ຄວບຄຸມການເຄື່ອນໄຫວສົ່ງອອກອາວຸດ. ຕາມແຜນການແລ້ວ, ເລື່ອງລົງນາມໃນສົນທິສັນຍາສະບັບໃຫມ່ນີ້ຈະດຳເນີນໄປໃນວັນທີ 3/6 ຈະມາເຖິງ. ສົນທິສັນຍາມີຜົນສັກສິດພາຍຫລັງ 50 ປະເທດ ໃນຈຳນວນ 193 ປະເທດສະມາຊິກ ສປຊ ໃຫ້ສັດຕະຍາບັນ.
Nhat Quynh ນັກຂ່າວ VOV ປະຈຳອາເມລິກາ