(ພາບ:hanoimoi.com.vn)
(vovworld) - ວັນທີ 17/2, ທ່ານ Lakhdar Brahimi ທູດພິເສດລວມຂອງ ສປຊ ແລະ ສະຫະພັນອາຣັບ ໄດ້ຮຽກຮ້ອງໃຫ້ລັດຖະບານ ແລະ ບັນດາຝ່າຍຄ້ານຢູ່ຊີຣີ ຈົ່ງດຳເນີນການເຈລະຈາເພື່ອຊອກຫາມາດຕະການດ້ານການເມືອງ ຢຸດຕິວິກິດການທີ່ແກ່ຍາວໃນ 20 ເດືອນຜ່ານມາຢູ່ປະເທດຕາເວັນອອກກາງນີ້. ທ່ານທູດພິເສດLakhdar Brahimi ໃຫ້ຮູ້ວ່າ ການເຈລະຈາຄັ້ງຕ່າງໆລະຫວ່າງບັນດາຝ່າຍອາດຈະດຳເນີນໄປຢູ່ສຳນັກງານຂອງ ສປຊ ແຕ່ບໍ່ໄດ້ແຈ້ງສະຖານທີ່ລະອຽດເທື່ອ. ໃນອາທິດກ່ອນ, ທ່ານ Ahmed Moaz Al Khatib ຫົວໜ້າພັນທະມິດຊົນເຜົ່າຊີຣີ (SNC) ຝ່າຍຄ້ານ ສະເໜີເຈລະຈາກັບທ່ານຮອງປະທານາທິບໍດີ Farouq Al Shara ກ່ຽວກັບໄລຍະມອບໂອນການເມືອງ ຊື່ງຕາມນັ້ນແລ້ວ, ປະທານາທິບໍດີ Bashar Al Assad ຈະໄດ້ຮັບປະກັນຄວາມປອດໄພ ຂະນະທີ່ໄດ້ຕົກລົງລາອອກຈາກຕຳແໜ່ງ. ປະຈຸບັນ, ບໍ່ທັນຮູ້ວ່າອຳນາດການປົກຄອງ Damascus ຕົກລົງຕໍ່ຂໍ້ສະເໜີດຳເນີນການເຈລະຈາຂອງ SNC ຫຼືບໍ່?