ສປຊເຈລະຈາກັບສປປ.ເກົາຫຼີກ່ຽວກັບບັນດາໂຄງການໜູນຊ່ວຍມະນຸດສະທຳ

(VOVWORLD) -ໃນຈົດໝາຍສົ່ງເຖິງສະຫະປະຊາຊາດ ໃນເດືອນກ່ອນ, ສປປ.ເກົາຫຼີ ໄດ້ສະເໜີໃຫ້ສະຫະປະຊາຊາດ ຫຼຸດຜ່ອນການແຊກແຊງນັບແຕ່ທ້າຍປີ 2019.

ສປຊເຈລະຈາກັບສປປ.ເກົາຫຼີກ່ຽວກັບບັນດາໂຄງການໜູນຊ່ວຍມະນຸດສະທຳ - ảnh 1 ສປຊເຈລະຈາກັບສປປ.ເກົາຫຼີກ່ຽວກັບບັນດາໂຄງການໜູນຊ່ວຍມະນຸດສະທຳ

(ພາບປະກອບ: AFP/TTXVN)

       ວັນທີ 05 ກັນຍາ, ສະຫະປະຊາຊາດໃຫ້ຮູ້ວ່າ ພວມເກ້ຍກອມສປປ.ເກົາຫຼີ ບໍ່ຫຼຸດຈຳນວນພາລະກອນໜູນຊ່ວຍມະນຸດສະທຳສາກົນ ເຊິ່ງສະຫະປະຊາຊາດຜັນຂະຫຍາຍຢູ່ປະເທດນີ້ ເພື່ອແກ້ໄຂສະພາບ “ວິກິດການ” ດ້ານທັນຍາຫານ ແລະ ສາທາລະນະສຸກ, ພາຍຫຼັງທີ່ພຽງຢາງ ແຈ້ງໃຫ້ຊາບຈຸດປະສົງຄືດັ່ງກ່າວ. ກ່າວຄຳເຫັນທີ່ກອງປະຊຸມນັດສາມັນປະຈຳເດືອນ, ໂຄສົກສະຫະປະຊາຊາດ ທ່ານ Stephane Dujarric ໃຫ້ຮູ້ວ່າ, ໃນຈົດໝາຍສົ່ງເຖິງສະຫະປະຊາຊາດ ໃນເດືອນກ່ອນ, ສປປ.ເກົາຫຼີ ໄດ້ສະເໜີໃຫ້ສະຫະປະຊາຊາດ ຫຼຸດຜ່ອນການແຊກແຊງນັບແຕ່ທ້າຍປີ 2019. ໃນຈົດໝາຍວັນທີ 21 ສິງຫາ, ທ່ານ Kim Chang Min, ເລຂາທິການໃຫຍ່ຄະນະກຳມະການປະສານງານແຫ່ງຊາດຂອງສປປ.ເກົາຫຼີ ຢູ່ສະຫະປະຊາຊາດ ອະທິບາຍວ່າ: “ບັນດາໂຄງການເຊິ່ງສະຫະປະຊາຊາດ ໄດ້ໜູນຊ່ວຍນັ້ນບໍ່ນຳມາເຊິ່ງໝາກຜົນຄືດັ່ງຄວາມມຸ່ງຫວັງ, ຍ້ອນບັນດາກຳລັງທີ່ເປັນປໍລະປັກໄດ້ຫັນການເຄື່ອນໄຫວໜູນຊ່ວຍຂອງສະຫະປະຊາຊາດເປັນບັນຫາການເມືອງ”.

ຕອບກັບ

ຂ່າວ/ບົດ​ອື່ນ