ສ​ປ​ຊ ຕີ​ລາ​ຄາ​ສູງ​ການ​ປະ​ກອບ​ສ່ວນ​ຂອງ​ບັນ​ດາ​ພະ​ນັກ​ງານ, ນັກ​ຮົບ​ເສ​ນາ​ຮັກ ແລະ ຕຳຫຼວດ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ ຢູ່ ຊູ​ດັງ​ໃຕ້

(VOVWORLD) -ທ່ານ Nicholas Haysom ທູດພິດເສດຂອງທ່ານເລຂາທິການໃຫຍ່ ສປຊ ກ່ຽວກັບຊູດັງໃຕ້ ທັງເປັນຫົວໜ້າຄະນະ UNMISS ໄດ້ຕີລາຄາສູງທີ່ສຸດການປະກອບສ່ວນຢ່າງຕັ້ງໜ້າ, ມີປະສິດທິຜົນ, ຫົວຄິດປະດິດສ້າງ, ຄວາມມານະພະຍາຍາມຜ່ານຜ່າທຸກຄວາມຫຍຸ້ງຍາກຂອງ ບັນດາພະນັກງານ, ນັກຮົບ ຫວຽດນາມ.
ສ​ປ​ຊ ຕີ​ລາ​ຄາ​ສູງ​ການ​ປະ​ກອບ​ສ່ວນ​ຂອງ​ບັນ​ດາ​ພະ​ນັກ​ງານ, ນັກ​ຮົບ​ເສ​ນາ​ຮັກ ແລະ ຕຳຫຼວດ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ ຢູ່ ຊູ​ດັງ​ໃຕ້ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ແລະ ທ່ານ Nicholas Haysom ທູດພິດເສດຂອງທ່ານເລຂາທິການໃຫຍ່ ສປຊ(ພາບ: TTXVN)

ວັນທີ 3 ມີນາ, ທີ່ສຳນັກງານ ສປຊ ຢູ່ນິວຢອກ ໄດ້ດຳເນີນກອງປະຊຸມຄັ້ງທຳອິດໃນປີ 2023 ຂອງສະພາຄວາມໝັ້ນຄົງ ສປຊ ດ້ວຍຜູ້ຕາງໜ້າ 79 ປະເທດ ທີ່ຈັດສົ່ງນັກຮົບ ເຂົ້າຮ່ວມຄະນະປະຕິບັດການຮັກສາສັນຕິພາບຢູ່ ຊູດັງໃຕ້ (UNMISS).

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະສືບຕໍ່ປະກອບສ່ວນໃຫ້ແກ່ຄວາມມານະພະຍາຍາມນີ້ຜ່ານການຜັນຂະຫຍາຍ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວໜູນຊ່ວຍ, ເຊື່ອມຕໍ່ກັບປະຊາຊົມປະເທດປະຈຳຖິ່ນ.

ໃນການແລກປ່ຽນກັບທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ທ່ານ Nicholas Haysom ທູດພິດເສດຂອງທ່ານເລຂາທິການໃຫຍ່ ສປຊ ກ່ຽວກັບຊູດັງໃຕ້ ທັງເປັນຫົວໜ້າຄະນະ UNMISS ໄດ້ຕີລາຄາສູງທີ່ສຸດການປະກອບສ່ວນຢ່າງຕັ້ງໜ້າ, ມີປະສິດທິຜົນ, ຫົວຄິດປະດິດສ້າງ, ຄວາມມານະພະຍາຍາມຜ່ານຜ່າທຸກຄວາມຫຍຸ້ງຍາກຂອງ ບັນດາພະນັກງານ, ນັກຮົບ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ