ສປຊ ສືບຕໍ່ຮຽກຮ້ອງໃຫ້ຢຸດຍິງໃນທົ່ວໂລກ
(VOVWORLD) -ວັນທີ 3 ເມສາ, ທ່ານ Antonio Guterresເລຂາທິການໃຫຍ່ ສປຊ ອີກຄັ້ງໜຶ່ງໄດ້ມີຄຳສັ່ງຮຽກຮ້ອງໃຫ້ຢຸດຍິງໃນທົ່ວໂລກ, ເລັ່ງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງເຖິງການປະທະກັນປົດອາວຸດ, ເພື່ອໃຫ້ບັນດາປະເທດທີ່ພວມຖືກສົງຄາມທຳລາຍສຸມໃສ່ການຮັບມືກັບໂລກລະບາດ Covid– 19.
ທ່ານ Antonio Guterresເລຂາທິການໃຫຍ່ ສປຊ (ພາບ: THX/TTXVN) |
ທີ່ກອງປະຊຸມຖະແຫຼງຂ່າວທາງອອນລາຍຂອງສປຊ, ທ່ານ Guterres ຢັ້ງຢືນວ່າ ບັນດາສິ່ງທີ່ຮ້າຍແຮງທີ່ສຸດຍັງບໍ່ທັນເກີດຂຶ້ນ, ພິເສດແມ່ນສຳລັບບັນດາປະເທດພວມມີການປະທະກັນຄື ຊີຣີ, ລີບີ ແລະ ເຢແມນ. ທ່ານ Guterres ເນັ້ນໜັກວ່າ ໄດ້ມີບັນດາຄວາມຄືບໜ້າທີ່ດີພໍສົມຄວນພາຍຫຼັງຄຳຮຽກຮ້ອງໃຫ້ຢຸດຕິການສູ້ຮົບທຳອິດໃນວັນທີ 23 ມີນາ ທີ່ຜ່ານມາ. ເຖິງຢ່າງໃດກໍ່ຕາມ, ການປະທະກັນຍັງເກີດຂຶ້ນຢູ່ບາງປະເທດເຮັດໃຫ້ອຳນາດການປົກຄອງປະເທດປະຈຳຖິ່ນບໍ່ສາມາດຂຶ້ນແຜນການຮັບມືກັບໂລກລະບາດ Covid– 19 ໄດ້.
ນອກຈາກນັ້ນ, ທ່ານເລຂາທິການໃຫຍ່ ສປຊກໍ່ສະແດງຄວາມຂອບໃຈເຖິງການສະໜັບສະໜູນຢຸດຕິການສູ້ຮົບຂອງ ກ່ວາ 70 ປະເທດ ແລະ ບັນດາການນຳອົງການສາສະໜາກໍ່ຄືບັນດາອົງການບໍ່ຂຶ້ນກັບລັດຖະບານ.