ສປປ.ເກົາຫຼີຍິງລູກສອນໄຟນຳວິຖີແຕ່ບໍ່ສຳເລັດຜົນ

ສປປ.ເກົາຫຼີຍິງລູກສອນໄຟນຳວິຖີແຕ່ບໍ່ສຳເລັດຜົນ - ảnh 1
ສ​ປ​ປ.ເກົາ​ຫຼີ ເຄີຍ​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງວັນ​ຄ້າຍ​ວັນ​ເກ​ີດ
ອະ​ດີດ​ປະ​ທານ​ Kim Il Sung ​ດ້ວຍ​ຫຼາຍເຫດ​ການ​ດ້າ​ນ​ການ​ທະ​ຫານ
(ພາບ​ປະ​ກອບ: Kyodo/TTXVN)


(vovworld) - ສຳ​ນັກ​ຂ່າວ​ສານ Yonhap ໄດ້​ຄັດ​ແຫຼ່ງ​ຂ່າວ​ຈາກ​ສະ​ພາເສ​ນາ​ທິ​ການໃຫຍ່​ທະ​ຫານ​ປະ​ສົມ (JCS) ສ.ເກົາ​ຫຼີ ​ໂດຍໃຫ້​ຮູ້​ວ່າ, ສ​ປ​ປ.ເກົາ​ຫຼີ ໄດ້​ຍິງ​ລູກ​ສອນ​ໄ​ຟ​ນຳ​ວິ​ຖີ​ໄລ​ຍະ​ກາງ​ລູກ​ໜຶ່ງ ໃນ​ຕອນ​ເຊົ້າ​ວັນ​ທີ 15/04 ຈາກ​ຝັ່ງ​ທະ​ເລ​ທາງ​ທິດຕາ​ເວັນ​ອອກ​ຂອງ​ສ​ປ​ປ.ເກົາ​ຫຼີ, ແຕ່​ການ​ຍິງ​ລູກ​ສອນ​ໄ​ຟ​ເບິ່ງ​ຄື​ວ່າບໍ່​ສຳ​ເລັດ​ຜົນ. ແຈ້ງ​ຂ່າວ​ຂອງ JCS ໃຫ້​ຮູ​້​ວ່າ ລູກ​ສອນ​ໄຟ​ທີ່​ຍິງ​ໃຫ້​ເຫດ​ການ​ທົ​ດ​ລອງນີ້​ຄື​ວ່າ​ລູກ​ສອນ​ໄຟ​ໄລ​ຍະ​ກາງ Musudan. ຂໍ້​ມູນ​ຂ່າວ​ດັ່ງ​ກ່າວ​ຖ​ືກ​ຍົກ​ອອກ​ມາ​ໃນ​ສະ​ພາບ​ທີ່​ວັນ​ດຽວ​ກັນ, ສ​ປ​ປ.ເກ​ົາ​ຫຼີ ຈັດ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງວັນ​ຄ້າຍ​ວັນ​ເກ​ີດ 104 ປີ​ຂອງ​ອະ​ດີດ​ປະ​ທານ​ Kim Il Sung. ກ່ອນນີ້, ສ​ປ​ປ.ເກົາ​ຫຼີ ເຄີຍ​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງວັນ​ບຸນນີ້​ດ້ວຍ​ຫຼາຍ​ເຫດ​ການ​ດ້າ​ນ​ການ​ທະ​ຫານ.

ຂ່າວ/ບົດ​ອື່ນ