ສປປ.ເກົາຫຼີດຳເນີນການເລືອກຕັ້ງຂັ້ນທ້ອງຖິ່ນ
(ພາບປະກອບ: THX-TTXVN)
(vovworld) - ສຳນັກຂ່າວສານສູນກາງສປປ.ເກົາຫຼີ (KCNA) ໃຫ້ຂ່າວວ່າ, ວັນທີ 19/07, ຜູ້ມີສິດເລືອກຕັ້ງຂອງສປປ.ເກົາຫຼີ ໄດ້ໄປປ່ອນບັດເພື່ອເລືອກຕັ້ງບັນດາສະມາຊິກສະພາປະຊາຊົນຂັ້ນແຂວງ, ນະຄອນ ແລະ ເມືອງ, ໂດຍພັກແຮງງານສປປ.ເກົາຫຼີ ກຳອຳນາດສະເໜີ. ນີ້ແມ່ນການເລືອກຕັ້ງຂັ້ນທ້ອງຖິ່ນຄັ້ງທຳອິດນັບແຕ່ການນຳ Kim Jong un ຂຶ້ນກຳອຳນາດເມື່ອທ້າຍປີ 2011. ສປປ.ເກົາຫຼີ ດຳເນີນການເລືອກຕັ້ງຂັ້ນທ້ອງຖິ່ນ 4 ປີເທື່ອໜຶ່ງ. ການເລືອກຕັ້ງກ່ອນນີ້ແມ່ນຈັດຂຶ້ນໃນເດືອນ 07/2011.