(ພາບ:laodong.com.vn)
(vovworld) - ວັນທີ 16/2, ເຈົ້າໜ້າທີ່ຜູ້ໜຶ່ງສັງກັດເຂດທະຫານຕາເວັນອອກລັດເຊຍ ໃຫ້ຮູ້ວ່າ: ສປປ ເກົາຫຼີ ໄດ້ທົດລອງລູກສອນໄຟນຳວິຖີໄລຍະສັ້ນ ມຸ້ງໄປສູ່ເຂດຝັ່ງທະເລຍີ່ປຸ່ນ ໃນໄລຍະເວລາແຕ່ວັນທີ 1-10/2 ຜ່ານມາ. ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານກຽວໂດ ຂອງຍີ່ປຸ່ນ, ເຈົ້າໜ້າທີ່ຜູ້ນີ້ໃຫ້ຮູ້ວ່າ: ນີ້ແມ່ນສ່ວນໜຶ່ງໃນບັນດາການຊອ້ມຮົບປົກກະຕິ.
ໃນວັນດຽວກັນ, ໜັງສືພິມລາຍວັນ JoongAng Ilbo ໄດ້ຄັດສະເໜີຄຳເວົ້າຂອງວົງການເຈົ້າໜ້າທີ່ສືບລາສະການລັບ ສເກົາຫຼີ ໂດຍໃຫ້ຮູ້ວ່າ: ມີຫຼາຍສັນຍານໃຫ້ເຫັນວ່າ ສປປ ເກົາຫຼີ ພວມກະກຽມການທົດລອງນິວເຄຼຍຄັ້ງທີ 4 ຢູ່ທາງທິດຕາເວັນອອກສ່ຽງເໜືອຂອງປະເທດນີ້.