ສປປເກົາຫລີຄັດຄ້ານ ການຊ້ອມຮົບຮ່ວມ ສເກົາຫຼີ-ອາເມລິກາ-ຍີ່ປຸ່ນ

ສປປເກົາຫລີຄັດຄ້ານ ການຊ້ອມຮົບຮ່ວມ ສເກົາຫຼີ-ອາເມລິກາ-ຍີ່ປຸ່ນ - ảnh 1

 (ພາບ: infornet.vn )

 (vovworld)- ໜັງສື​ພິມ Rodong Sinmun ສຽງ​ຂອງ​ພັກ​ແຮງ​ງານ ສປປ​ເກົາຫຼີ ສະບັບ​ອອກ​ວັນ​ທີ 5/10 ​ໄດ້​ລົງ​ພິມ​ບົດ​ວິຈານ​ຄັດຄ້ານການຊ້ອມ​ຮົບ​ຮ່ວມ​ຈັດ​ຂຶ້ນ​ໃນ​ອາທິດ​ໜ້າ​ລະຫວ່າງສ​​ເກົາຫຼີ-​ອາ​ເມ​ລິ​ກາ-​ຍີ່ປຸ່ນ ​ແລະ ຖື​ວ່າ: ນີ້​ແມ່ນ​ກົນອຸບາຍ​ເພື່ອ​ແນ​ໃສ່​ເລີ່​ມຕົ້ນສົງຄາມ​ນິວ​ເຄຼຍ. ບົດ​ວິຈານ​ຊີ້​ແຈ້ງວ່າ: ການ​ຊ້ອມ​ຮົມ​ຮ່ວມ​ຂະໜາດ​ໃຫ່ຍຢູ່​ໄກ​ຝັ່ງ​ທາງ​ທິດ​ໃຕ້​ເ​ເຫຼມ​ເກົາຫຼີ ​ແມ່ນ​ການ​ກະທຳ​ທີ່​ອັນຕະລາຍ, ອາດ​ຈະ​ກໍ່​ໃຫ້​ເກີດ​ຄວາມ​ເຄັ່ງ​ຕຶງ ​ແລະ ພາ​ໄປ​ເຖິງ​ການ​ປະ​ທະ​ກັນ. ນີ້​ຖືກ​ຖື​ວ່າ​ນີ້​ແມ່ນ​ການ​ທຳລາຍ​ຄວາມ​ມານະ​ພະຍາຍາມ​ເຈລະຈາ​ກັບ ສປປ​ເກົາຫຼີ. ບົດ​ຂຽນ​ເນັ້ນໜັກ​ວ່າ: ພຽງ​ຢາງ ຖື​ການ​ເຈລະຈາ ​ແລະ ສັນຕິພາບ​ເປັນ​ສຳຄັນ ​ແຕ່​ພ້ອມ​ແລ້ວ​ທີ່​ຈະ​ດຳ​ເນີນ​ສົງຄາມ ​ແລະ ຈະ​ໂຕ້​ຕອບ​ຢ່າງ​ແຮງ​ຕໍ່​ທຸກໆ​ການ​ກະທຳ​ເພື່ອ​ແນ​ໃສ່​ກໍ່​ໃຫ້​ເກີດ​ການ​ປະ​ທະ​ກັນ​ດ້ານ​ນິວ​ເຄຼຍຕ້ານ ສປປ​ເກົາຫຼີ.

ຂ່າວ/ບົດ​ອື່ນ