ສປປເກົາຫລີມີຄວາມປະຕິກິລິຍາກ່ຽວກັບເລື່ອງສະພາຄວາມໝັ້ນຄົງສປຊກ່າວປະນາມເຫດຍິງລູກສອນໄຟ
ການຍິງລູກສອນໄຟຂອງ ສປປ ເກົາຫລີ
ພາບປະກອບ: internet
|
(vovworld)- ສຳນັກຂ່າວ Yonhap ຂອງ ສເກົາຫລີ ໄດ້ຄັດແຫລ່ງຂ່າວຈາກສຳນັກຂ່າວສູນກາງ ສປປ ເກົາຫລີ KCNA ໃຫ້ຮູ້ວ່າ: ວັນທີ 25/6 ພຽງຢາງ ໄດ້ກ່າວປະນາມ ສະພາຄວາມໝັ້ນຄົງ ສປຊ ຍົກອອກຄຳຖະແຫລງທາງສື່ມວນຊົນ ກ່າວປະນາມເຫດຍິງທົດລອງລູກສອນໄຟໄລຍະກາງຫວ່າງແລ້ວນີ້ຂອງ ສປປ ເກົາ ຫລີ. ວັນທີ 22/6 ພາຍຫລັງ ສປປ ເກົາຫລີ ດຳເນີນການຍິງລູກສອນໄຟໂດຍປະເທດນີ້ຜະລິດ, ສະພາຄວາມໝັ້ນຄົງ ສປຊ ໄດ້ຮຽກໂຮມການປະຊຸມດ່ວນ ແລະ ອອກຖະແຫລງການທາງສື່ມວນຊົນໂດຍຖືວ່າ ການກະທຳນີ້ຂອງ ສປປ ເກົາຫລີ “ແມ່ນການລະເມີດຢ່າງຮ້າຍແຮງ ບັນດາມະຕິຂອງ ສປຊ ຫ້າມພຽງຢາງພັດທະນາລູກສອນໄຟນຳວິຖີ. ສະພາຄວາມໝັ້ນຄົງ ສປຊ ຮຽກຮ້ອງເພີ່ມທະວີບັນດາມາດຕະການລົງໂທດ ສປປ ເກົາຫລີ ພາຍຫລັງເຫດຍິງລູກສອນໄຟດັ່ງກ່າວ.