ສປປ.ເກົາຫຼີສະເໜີເປີດສາຍການບິນໂດຍກົງເຖິງສ.ເກົາຫຼີ

(VOVWORLD) -ວັນທີ 08 ພຶດສະພາ, ໂຄສົກກະຊວງການຕ່າງປະເທດສ.ເກົາຫຼີ Noh Kyu duk ໃຫ້ຮູ້ວ່າ, ສປປ.ເກົາຫຼີ ສະເໝີເປີດສາຍການບິນສາກົນລະຫວ່າງນະຄອນຫຼວງພຽງຢາງ ຂອງສປປ.ເກົາຫຼີ ແລະ ນະຄອນ Incheon ຂອງສ.ເກົາຫຼີ.

ສປປ.ເກົາຫຼີສະເໜີເປີດສາຍການບິນໂດຍກົງເຖິງສ.ເກົາຫຼີ - ảnh 1 ໂຄສົກກະຊວງການຕ່າງປະເທດສ.ເກົາຫຼີ Noh Kyu duk

(ພາບ: Yonhap)

ຂໍ້ສະເໜີດັ່ງກ່າວໄດ້ຍົກອອກມາໃນການພົບປະລະຫວ່າງການນຳສປປ.ເກົາຫຼີ Kim Jong un ແລະ ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ຫວ່າງແລ້ວນີ້.

      ກ່ອນໜ້ານັ້ນ, ສາຍການບິນຈາກພຽງຢາງ ໄປເຖິງ Incheon ແລະ ກົງກັນຂ້າມຕ້ອງບິນຜ່ານປະເທດທີ 3. ອົງການການບິນພົນລະເຮືອນສາກົນຄາດວ່າຈະຢ້ຽມຢາມສປປ.ເກົາຫຼີ ໃນອາທິດນີ້ ເພື່ອປຶກສາຫາລືກ່ຽວກັບຄວາມຮຽກຮ້ອງຕ້ອງການຂອງສປປ.ເກົາຫຼີ ໃນການເປີດສາຍການບິນໂດຍກົງເຖິງສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ