ສປປເກົາຫຼີຮຽກຮ້ອງໃຫ້ຍຸບເລິກ ກຳລັງຕິດຕາມກວດກາສັນຍາ ຢຸດຕິການສູ້ຮົບ
(ພາບປະກອບ:dantri.com.vn)
(vovworld): ວັນທີ 14/1, ສປປ ເກົາຫຼີ ໄດ້ຮຽກຮ້ອງໃຫ້ຍຸບເລິກກອງບັນຊາການກຳລັງຕິດຕາມກວດກາສັນຍາຢຸດຕິການສູ້ຮົບໃນແຫຼມເກົາຫຼີ ຂອງ ສປຊ (UNC) ຢູ່ສເກົາຫຼີ ແລະ ປ່ຽນແທນດ້ວຍສົນທິສັນຍາສັນຕິພາບ. ເອກະສານຂອງກະຊວງການຕ່າງປະເທດ ສປປ ເກົາຫຼີ ໃຫ້ຮູ້ວ່າ: ເລື່ອງອາເມລິກາ ລົບລ້າງຫຼືບໍ່ລົບລ້າງ UNC ອາດຈະຖືກຖືວ່າແມ່ນໄມ້ວັດແທກເຈດຕະນາດີຂອງວໍຊິງຕັນ ໃນການຮັກສາ “ນະໂຍບາຍຕ້ານ ສປປ ເກົາຫຼີ“. ເອກະສານດັ່ງກ່າວຍັງໃຫ້ຂໍ້ສັງເກດວ່າອາເມລິກາ ຄັດຄ້ານເລື່ອງປ່ຽນແທນສັນຍາຢຸດຕິການສູ້ຮົບ ດ້ວຍສົນທິສັນຍາສັນຕິພາບຍາວນານຍ້ອນວ່າ ວໍຊິງຕັນ ຢາກຮັກສາກົນໄກຢຸດຕິການສູ້ຮົບ ແລະ UNC. ກະຊວງການຕ່າງປະເທດ ສປປ ເກົາຫຼີ ເນັ້ນຫນັກວ່າ: ພຽງຢາງ ຈະຮັກສາ ແລະ ເພີ່ມທະວີບັນດາຄວາມສາມາດນາບຂູ່ສົງຄາມຈົນເຖິງເວລາອາເມລິກາ ຕົກລົງຍົກອອກການຄັດເລືອກທີ່ຖືກຕ້ອງ ແລະ ຖືວ່າ: ການເຈລະຈາດ້ານການເມືອງຂັ້ນສູງຈະແມ່ນທິດກ້າວເດີນໜຶ່ງດຽວເພື່ອແນໃສ່ຮັບປະກັນພື້ນຖານສັນຕິພາບໝັ້ນຄົງໃນແຫຼມເກົາຫຼີ.