ສປປ.ເກົາຫຼີ ຄິດໄລ່ຊັ່ງຊາເລື່ອງຈະຢຸດຕິການທົດລອງນິວເຄຼຍ, ລູກສອນໄຟຊົ່ວຄາວ

(VOVWORLD) - ວັນທີ 21 ມິຖຸນາ ຕອບເນື້ອສຳພາດໂທລະພາບ ອິນເດຍ WION, ເອກອັກຄະລັດຖະທູດ ສປປ.ເກົາຫຼີ ປະຈຳ ອິນເດຍ Kye Chun-yong ໃຫ້ຮູ້ວ່າ
ສປປ.ເກົາຫຼີ ຄິດໄລ່ຊັ່ງຊາເລື່ອງຈະຢຸດຕິການທົດລອງນິວເຄຼຍ, ລູກສອນໄຟຊົ່ວຄາວ - ảnh 1(ພາບປະກອບ /  Yonhap/TTXVN) 

ພຽງຢາງ ພ້ອມແລ້ວທີ່ຈະຢຸດຕິຊົ່ວຄາວ ບັນດາການເຄື່ອນໄຫວທົດລອງນິວເຄຼຍ ແລະລູກສອນໄຟຂອງປະເທດນີ້ຢ່າງມີເງື່ອນໄຂ, ຄວາມມານະພະຍາຍາມ ເພື່ອແນໃສ່ດຳເນີນການເຈລະຈາກັບ ອາເມລິກາ. ທ່ານເອກອັກຄະລັດຖະທູດ Kye Chun-yong ຊີ້ແຈ້ງວ່າ ສປປ.ເກົາຫຼີ ອາດຈະດຳເນີນການເຈລະຈາກ່ຽວກັບເລື່ອງຢຸດຕິຊົ່ວຄາວບັນດາການເຄື່ອນໄຫວທົດລອງອາວຸດ ຊຶ່ງເປັນໜຶ່ງໃນບັນດາຄວາມຮຽກຮ້ອງຫຼັກນັ້ນແມ່ນ ອາເມລິກາ ແລະ ສ.ເກົາຫຼີ ຕ້ອງຢຸດຕິບັນດາການຊ້ອມຮົບຮ່ວາ, ເຊິ່ງ ສປປ.ເກົາຫຼີ ຖືວ່າແມ່ນການຊ້ອມຮົບ ເພື່ອກະກ່ຽມໃຫ້ແກ່ການຮຸກຮານ.

        ໃນຂະນະນັ້ນ, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ກໍ່ຖະແຫຼງວ່າ ເຊອູນ ຍັງບໍ່ທັນມີແຜນການຫລຸດຜ່ອນຂອບຂະໜາດຂອງບັນດາການຊ້ອມຮົບລວມກັບ ອາເມລິກາ.

        

ຕອບກັບ

ຂ່າວ/ບົດ​ອື່ນ