(VOVWORLD) -ກະຊວງປ້ອງກັນປະເທດ ຍີ່ປຸ່ນ ກໍ່ໃຫ້ຮູ້ວ່າ ວັດຖຸເຊິ່ງ ສປປ.ເກົາຫຼີ ຍິງນັ້ນ ອາດຈະແມ່ນລູກສອນໄຟນຳວິຖີ. ສະຖານີໂທລະພາບ - ກະຈາຍສຽງ NHK ໄດ້ຄັດສະເໜີບາງແຫຼ່ງຂ່ວທີ່ເວົ້າວ່າ ລູກສອນໄຟນີ້ ເບິ່ງຄືວ່າໄດ້ຕົກສູ່ເຂດເສດຖະກິດຈຳເພາະຂອງ ຍີ່ປຸ່ນ.
ພາບປະກອບ: KCNA |
ສຳນັກຂ່າວສານ Yonhap ໄດ້ຄັດສະເໜີແຈ້ງການຂອງກອງທັບ ສ.ເກົາຫຼີ ໂດຍໃຫ້ຮູ້ວ່າ ຕອນເຊົ້າວັນທີ 19 ມີນາ, ສປປ.ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີໄລຍະສັ້ນ ອອກສູ່ທະເລຕາເວັນອອກຂອງປະເທດນີ້. ຕາມສະພາເສນາທິການໃຫຍ່ທະຫານປະສົມ ສ.ເກົາຫຼີ (JCS) ແລ້ວ, ລູກສອນໄຟໄດ້ຍິງຈາກເຂດ Tongchang-ri ຢູ່ແຂວງ Pyongan ເໜືອຂອງ ສປປ.ເກົາຫຼີ.
ກະຊວງປ້ອງກັນປະເທດ ຍີ່ປຸ່ນ ກໍ່ໃຫ້ຮູ້ວ່າ ວັດຖຸເຊິ່ງ ສປປ.ເກົາຫຼີ ຍິງນັ້ນ ອາດຈະແມ່ນລູກສອນໄຟນຳວິຖີ. ສະຖານີໂທລະພາບ - ກະຈາຍສຽງ NHK ໄດ້ຄັດສະເໜີບາງແຫຼ່ງຂ່ວທີ່ເວົ້າວ່າ ລູກສອນໄຟນີ້ ເບິ່ງຄືວ່າໄດ້ຕົກສູ່ເຂດເສດຖະກິດຈຳເພາະຂອງ ຍີ່ປຸ່ນ.
ເຫດຍິງລູກສອນໄຟຫຼ້າສຸດຂອງ ສປປ.ເກົາຫຼີ ໄດ້ດຳເນີນໃນຮອບເວລາ 3 ວັນພາຍຫຼັງການນຳ ຍີ່ປຸ່ນ ແລະ ສ.ເກົາຫຼີ ໄດ້ພົບປະຂັ້ນສູງຢູ່ ໂຕກຽວ, ໃນນັ້ນໄດ້ເຫັນດີເປັນເອກະພາບ ຈະເພີ່ມທະວີການຮ່ວມມືຄວາມໝັ້ນຄົງທີ່ແໜ້ນແຟ້ນກ່ວາອີກ ເພື່ອຮັບມືກັບບັນດາຄວາມນາບຂູ່ທີ່ນັບມື້ນັບເພີ່ມຂຶ້ນ.