ສປປ ເກົາຫລີຈະດຳເນີນ ການຊ້ອມຮົບກອງປືນໃຫຍ່

ສປປ ເກົາຫລີຈະດຳເນີນ    ການຊ້ອມຮົບກອງປືນໃຫຍ່ - ảnh 1
ການ​ນຳ ສປປ ​ເກົາຫລີ Kim Jong Un ​ໄປ​ກວດກາ​ການ​ຊ້ອມ​ຮົບ​
ພາບ:internet


(vovworld) -  ວັນ​ທີ 14/3, ສຳນັກ​ຂ່າວສານ​ສູນ​ກາງ ສປປ ​ເກົາຫລີ KCNA ​ໄດ້​ໃຫ້​ຂ່າວ​ວ່າ: ການ​ນຳ ສປປ ​ເກົາຫລີ Kim Jong Un ​ໄດ້​ໄປ​ກວດກາ​ການ​ຊ້ອມ​ຮົບ​ກອງ​ປືນ​ໃຫຍ່​ຢູ່​ມໍ່​ກັບ​ຊາຍ​ແດນ​ທີ່​ເກີດ​ການ​ພິພາດ​ກັບ ສ​ເກົາ​ຫລີ. ທ່ານ Kim Jong Un ​ໄດ້​ຍ້ອງຍໍ​ບັນດາ​ຫົວຫນ່ວຍ​ກອງ​ປືນ​ໃຫຍ່​ຢູ່​ເກາະ​ສອງ​ແຫ່ງ​ດັ່ງກ່າວ​ພາຍ​ຫລັງ​ສັງ​ເກດ​ເຂົາ​ເຈົ້າ​ຍິງ​ຖືກ​ເປົ້າໝາຍ. KCNA ບໍ່​ເປີດ​ເຜີຍ​ຈຸດ​ເວລາ​ດຳ​ເນີນ​ການ​ຊ້ອມ​ຮົບ ​ແຕ່​ເສັ້ນ​ຊາຍ​ແດນ​ຊື່​ງ​ແມ່ນ​ສະຖານ​ທີ່​ດຳ​ເນີນ​ການ​ຊ້ອມ​ຮົບ​ແມ່ນ​ບໍ​ລິ​ເວນ​ອາດ​ຈະ​ເກິ​ດການ​ປະ​ທະ​ກັນ​ລະຫວ່າງ ສ​ເກົາຫລີ ​ແລະ ສປປ ​ເກົາຫລີ. ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ພຽງ​ຢາງ​ໄດ້​ເພີ່​ມທະວີການ​​ກະກຽມ​ການ​ທະຫານ​ເພື່ອ​ຄັດຄ້ານ​ຄຳ​ສັ່ງ​ລົງ​ໂທດ​ຂອງ ສປຊ ຍ້ອນ​ການ​ທົດລອງ​ນິວ​ເຄຼຍ ​ເມື່ອ​ເດືອນ 2/2013.

ຂ່າວ/ບົດ​ອື່ນ