ສົມທົບລະຫວ່າງບົດຮຽນ ກັບວິທະຍາສາດເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງເພື່ອພັດທະນາກະສິກຳ
(VOVWORLD) -ຕອນເຊົ້າວັນທີ 17 ສິງຫາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມເຫດການ “ການເດີນທາງເລີ່ມຕົ້ນທຸລະກິດ ປ່ຽນແປງໃໝ່ປະດິດຄິດສ້າງ ແລະ ວັນບຸນວຽກເຮັດງານທຳຢູ່ VNUA - 2022” ໂດຍສະຖາບັນກະສິກຳ ຫວຽດນາມຈັດຂຶ້ນຢູ່ຮ່າໂນ້ຍ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN) |
ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ການພັດທະນາກະສິກຳ ແມ່ນໜຶ່ງໃນບັນດາໜ້າທີ່ສຳຄັນທີ່ສຸດ ໃນຍຸດທະສາດພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ. ກະສິກຳໄດ້, ພວມ ແລະ ຍາມໃດກໍ່ແມ່ນເສົາຄ້ຳສຳຄັນຂອງພື້ນຖານເສດຖະກິດ, ປະກອບສ່ວນເຂົ້າໃນການຮັກສາຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິ. ທ່ານນາຍົກລັດຖະມົນຕີ ຖືວ່າ ສຳລັບປະເທດ 1 “ໂດຍຖືການຜະລິດກະສິກຳເປັນກົກເຄົ້າ” ຄື ຫວຽດນາມ, ການເລີ່ມຕົ້ນທຸລະກິດກະສິກຳ ຕ້ອງອີງໃສ່ 3 ເສົາຄ້ຳນັ້ນແມ່ນ: ບຳລຸງສ້າງຍົກສູງກຳລັງຄວາມສາມາດເລີ່ມຕົ້ນທຸລະກິດ, ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ໜູນຊ່ວຍທຶນກຸ້ຢືມ ແລະ ນິຕິກຳໃຫ້ແກ່ຊາວໜຸ່ມ ແລະ ຜູ້ຢາກເລີ່ມຕົ້ນທຸລະກິດ. ນີ້ແມ່ນຂັ້ນຕອນບຸກທະລຸກໃຫ້ແກ່ການພັດທະນາກະສິກຳ ແລະ ກໍ່ສ້າງຊົນນະບົດໃໝ່.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ເຮັດວຽກກັບພະນັກງານຫຼັກແຫຼ່ງ, ນັກຊ່ຽວຊານ, ນັກວິທະຍາສາດ ຂອງສະຖາບັນກະສິກຳ ຫວຽດນາມ.