ສື່ມວນຊົນລາວໃຫ້ຂ່າວສະເຫຼີມສະຫຼອງ 69 ປີ ແຫ່ງວັນສະຖາປະນາປະເທດຫວຽດນາມ
(ການນຳພັກ, ລັດລາວ ອວຍພອນວັນສະຖາປະນາປະເທດຫວຽດນາມ)
(vovworld)- ວັນທີ 3/9, ສື່ມວນຊົນຂອງລາວລ້ວນແຕ່ໃຫ້ຂ່າວສະເຫຼີມສະຫຼອງ 69 ປີ ແຫ່ງວັນສະຖາປະນາປະເທດຫວຽດນາມ(2/9/1945-2/9/2014); ໃນນັ້ນມີເຫດການສະຖານທູດຫວຽດນາມ ປະຈຳລາວ ຈັດຕັ້ງພິທີສະເຫຼີມສະຫຼອງ 69 ປີ ແຫ່ງວັນສະຖາປະນາປະເທດຫວຽດນາມ ໃນຕອນຄ່ຳວັນທີ 2/9. ໃນໜ້າທຳອິດໜັງສືພິມສຳຄັນຕ່າງໆຂອງລາວຄື: ໜັງສືພິມ Pasaxon, ໜັງສືພິມ Pathetlao, ໂທລະພາບແຫ່ງຊາດ, ວິທະຍຸກະຈາຍສຽງແຫ່ງຊາດ ລ້ວນແຕ່ໃຫ້ຂ່າວກ່ຽວກັບບົດກ່າວຄຳເຫັນ ຂອງທ່ານເອກອັກຄະລັດຖະທູດຫວຽດນາມປະຈຳລາວ ຫງວຽນແມ້ງຮຸ່ງ ເຊິ່ງໄດ້ທົບທວນຄືນບັນດາເຫດການສຳຄັນຍິ່ງກ່ອນນີ້ 69 ປີ ພາຍໃຕ້ການຊີ້ນຳນຳພາ ຂອງພັກກອມມູນິດຫວຽດນາມ ໂດຍປະທານໂຮ່ຈິມິນ ກໍ່ຕັ້ງ, ປະຊາຊົນຫວຽດນາມໄດ້ທັບມ້າງແອກປົກຄອງຂອງພວກລ່າເມືອງຂຶ້ນ ສັກດີນາ, ຢືດເອົາອຳນາດການປົກຄອງໃຫ້ແກ່ປະຊາຊົນ, ສະຖາປະນາປະເທດ ສາທາລະນະລັດປະຊາທິປະໄຕຫວຽດນາມ, ປະຈຸບັນແມ່ນປະເທດ ສາທາລະນະລັດສັງຄົມນິຍົມ ຫວຽດນາມ. ບົດກ່າວຄຳເຫັນຂອງທ່ານ ເອກອັກຄະລັດຖະທູດ ຫງວຽນແມ້ງຮຸ່ງ ໄດ້ສັງລວມໂດຍຫຍໍ້ບັນດາຜົນງານສຳຄັນ ແລະ ໃຫຍ່ຫຼວງຂອງຫວຽດນາມໃນໄລຍະຜ່ານມາ, ກໍ່ຄືບັນດາຜົນງານກ່ຽວກັບການຮ່ວມມື, ລົງທຶນ ຫວຽດນາມ-ລາວ ແລະ ຍຸດທະສາດພັດທະນາເສດຖະກິດສັງຄົມຂອງປະເທດຊາດໃນໄລຍະຈະມາເຖິງ. ສື່ມວນຊົນລາວຢືນຢັນວ່າ ມູນເຊື້ອສະໜິດຕິດພັນ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ລາວ ຈະແມ່ນແຫຼ່ງກຳລັງທີ່ໝັ້ນຄົງໃຫ້ແກ່ພາລະກິດສ້າງສາ ແລະ ປົກປັກຮັກສາສອງປະເທດ; ປະກອບສ່ວນຢ່າງຕັ້ງໜ້າເພື່ອຄວາມໝັ້ນຄົງ, ການພັດທະນາ ແລະ ສັນຕິພາບຢູ່ພາກພື້ນ ແລະ ຢູ່ໃນໂລກ.