ສື່ມວນຊົນສວມບົດບາດສຳຄັນໃນການປ່ຽນໃໝ່ເຕັກໂນໂລຊີຂອງວິສາຫະກິດເມື່ອເຊື່ອມໂຍງ

ສື່ມວນຊົນສວມບົດບາດສຳຄັນໃນການປ່ຽນໃໝ່ເຕັກໂນໂລຊີຂອງວິສາຫະກິດເມື່ອເຊື່ອມໂຍງ - ảnh 1
(ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ວິທະຍາ​ສາດ ​
ແລະ ​ເຕັກ​ໂນ​ໂລ​ຊີ ຫງວຽນ​ກວນ)


(vovworld) – ສື່​ມວນ​ຊົນ​ສວມ​ບົດບາດ​ສຳຄັນ​ໃນ​ການ​ປ່ຽນ​ໃໝ່​ເຕັກ​ໂນ​ໂລ​ຊີ​ຂອງ​ວິ​ສາ​ຫະກິດ​​​ເມື່ອ​ເຊື່ອມ​ໂຍງ. ນີ້​ແມ່ນ​ເນື້ອ​ໃນ​ເຊິ່ງທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ວິທະຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຫງວຽນ​ກວນ ​ເນັ້ນ​ໜັກ​ເຖິງ ທີ່​ກອງ​ປະຊຸມ​ເພີ່ມ​ທະວີ​ວຽກ​ການ​ສື່ສານ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ ຢູ່​ເຂດ​ພາກ​ໃຕ້​ຫວຽດນາມ, ​ເຊິ່ງດຳ​ເນີນ​ໄປ​ໃນ​ວັນ​ທີ 25/08, ຢູ່​ນະຄ​ອນ​ໂຮ່ຈິ​ມິນ. ຕາມ​ທ່ານ ຫງວຽນ​​ກວນ ​ແລ້ວ, ​ເລື່ອງ​ນຳ​ໃຊ້​​ເຕັກ​​ໂນ​ໂລ​ຊີຂໍ້​ມູນ​ຂ່າວສານ ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຜະລິດ, ດຳ​ເນີນ​ທຸ​ລະ​ກິດ​ໃນ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຍັງ​ຖືກ​ຈຳກັດ​ຢູ່. ສະ​ນັ້ນ, ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ, ​ເລື່ອງ​ໂຄສະນາ​ການ​ປ່ຽນ​ໃໝ່, ປັບ​ປຸງ​ເຕັກ​ໂນ​ໂລ​ຊີ​ແມ່ນ​ມີ​ຄວາມ​ສຳຄັນ​ຍິ່ງ ​ເພື່ອ​ຈຳກັດຄວາມ​ແຕກ​​ໂຕນ​ການ​ນຳ​ໃຊ້​ເຕັກ​​ໂນ​ໂລ​ຊີຂໍ້​ມູນ​ຂ່າວສານ ​ເມື່ອ​ທຽບ​ໃສ່​ບັນດາ​ປະ​ເທດ​ໃນ​ໂລກ. ທີ່​ກອງ​ປະຊຸ​ມສຳ​ມະ​ນາ, ຜູ້ຕາງໜ້າ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ໄດ້​​ເປັນ​ເອກະ​ພາບ​ກັນ​ວ່າ ເລື່ອງ​ປ່ຽນ​ໃໝ່​​ເຕັກ​​ໂນ​ໂລ​ຊີ​​ແມ່ນ​ມີ​ລັກສະນະຄວາມ “​​ເປັນ​ຕ່າ​ຍ” ສຳລັບ​ວິ​ສາ​ຫະກິດໃນ​ໄລ​ຍະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກ​ົນ.

ຂ່າວ/ບົດ​ອື່ນ