ສື່ມວນຊົນສາກົນໃຫ້ຂໍ້ສັງເກດຫວຽດນາມໄດ້ຊົມໃຊ້ຜົນປະໂຫຍດຫຼາຍສຸດຈາກTPP
(ພາບປະກອບ)
(vovworld) – ຕາມສຳນັກຂ່າວສານ ການາດາ (CP) ສັນຍາຄູ່ຮ່ວມມືຂ້າມປາຊີຝິກ (TPP) ຈະຊຸກຍູ້ພື້ນຖານເສດຖະກິດຂອງ 12 ປະເທດສະມາຊິກໂດຍຜ່ານການເປີດກວ້າງຕະຫຼາດພົວພັນການຄ້າພາຍໃນກຸ່ມ. ເຖິງຢ່າງໃດກໍ່ຕາມ, ຜົນປະໂຫຍດທີ່ນຳມາໃຫ້ບັນດາຝ່າຍຕ່າງໆຈະບໍ່ຄືກັນ. ສຳນັກຂ່າວສານການາດາຖືວ່າ: ຫວຽດນາມນອນໃນຈຳນວນບັນດາປະເທດໄດ້ຊົມໃຊ້ຜົນປະໂຫຍດຫຼາຍທີ່ສຸດຈາກ TPP ດ້ວຍຜົນກຳໄລຢ່າງມະຫາສານໃນສອງຂະແໜງ ຕໍ່າແຜ່ນຕັດຫຍິບ ແລະ ເກີບໜັງ, ໂດຍຜ່ານການລົບລ້າງອັດຕາພາສີຢູ່ອາເມລິກາ ແລະ ບັນດາຕະຫຼາດໃຫຍ່ອື່ນອີກຈຳນວນໜຶ່ງ. ຕາມການຄາດຄະເນ, ເສດຖະກິດຫວຽດນາມຈະເຕີບໂຕ 11% ໃນປີ 2025, ໃນນັ້ນ ການສົ່ງອອກ ເພີ່ມຂຶ້ນ 28% ”ລະດັບການເພີ່ມຂຶ້ນນີ້ແມ່ນໄດ້ລື່ນກາຍທຸກປະເທດສະມາຊິກ TPP” ແລະ ຫວຽດນາມຈະກາຍເປັນ “ຈຸດນັດພົບທີ່ດູດດຶ່ມ” ຂອງບັນດານັກຜະລິດສິນຄ້າທີ່ມີມູນຄ່າການຜະລິດຕໍ່າ ເພື່ອຮັກສາໄດ້ການແກ້ງແຍ້ງໂດຍອີງໃສ່ຄ່າແຮງງານຖືກ.