ສື່ມວນຊົນ ອາຊີ ໃຫ້ຂໍ້ສັງເກດ “ຂໍກຸນແຈ” ເພື່ອໃຫ້ເສດຖະກິດ ຫວຽດນາມ ເຕີບໂຕໃນໂລກລະບາດໂຄວິດ - 19
(VOVWORLD) -ໜັງສືພິມ Nikkei Asia ຂອງ ຍີ່ປຸ່ນເນັ້ນໜັກວ່າມາຮອດປັດຈຸບັນ, ຫວຽດນາມສາມາດ ຄວບຄຸມ ໂລກລະບາດໂຄວິດ - 19 ໄດ້ຢ່າງມີປະສິດທິຜົນ. ການສົ່ງອອກເພີ່ມຂຶ້ນເປັນການຊ່ວຍຊຸກຍູ້ການເຕີບໂຕເສດຖະກິດ.
ພາບປະກອບ: TTXVN |
ໜັງສືພິມ Manila Times ຂອງ ຟີລິບປິນ ສະບັບອອກວັນທີ 3 ທັນວາ ໄດ້ລົງບົດຂຽນທີ່ຕີລາຄາສູງຕໍ່ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການສະກັດກັ້ນວິກິດການໂລກລະບາດໂຄວິດ - 19. ຕາມບົດຂຽນແລ້ວ, ຫວຽດນາມ ເກືອບຄືວ່າແມ່ນຈຸດພົ້ນເດັ່ນດ້ານເສດຖະກິດໜຶ່ງດຽວ ຢູ່ອາຊີ ຍ້ອນໄດ້ປະຕິບັດ ທັງ 2 ເປົ້າໝາຍ ຄວບຄູໃນພາບດຽວກັນໄດ້ດີທີ່ສຸດ ນັ້ນແມ່ນ ຮັບປະກັນສຸຂະພາບປະຊາຊົນ ແລະ ທັງພັດທະນາເສດຖະກິດ ນັບແຕ່ໄລຍະເກີດໂລກລະບາດໂຄວິດ - 19. ທະນາຄານໂລກ (WB) ຄາດວ່າ ເສດຖະກິດ ຫວຽດນາມຈະເຕີບໂຕ ປະມານ 2,8% ໃນປີ 2020, ໃນຂະນະທີ່ບັນດາປະເທດບ້ານໃກ້ເຮືອນຄຽງພວມປະສົບກັບຄວາມຫຍຸ້ງຍາກໃນການຟື້ນຟູ ຈາກວິກິດການ.
ສ່ວນໜັງສືພິມ Nikkei Asia ຂອງ ຍີ່ປຸ່ນເນັ້ນໜັກວ່າມາຮອດປັດຈຸບັນ, ຫວຽດນາມສາມາດ ຄວບຄຸມ ໂລກລະບາດໂຄວິດ - 19 ໄດ້ຢ່າງມີປະສິດທິຜົນ. ການສົ່ງອອກເພີ່ມຂຶ້ນເປັນການຊ່ວຍຊຸກຍູ້ການເຕີບໂຕເສດຖະກິດ.
ທ່ານ Sonny Africa ຜູ້ອຳນວຍການຝ່າຍບໍລິຫານອົງການ Ibon Foundation (ອົງການຄົ້ນຄ້ວາ, ສຶກສາ ແລະ ພັດທະນາຂໍ້ມູນຂ່າວສານ ທີ່ມີສຳນັກງານຕັ້ງຢູ່ ຟີລິບປິນ) ຖືວ່າ “ຂໍກຸນແຈ”ແຫ່ງຜົນສຳເລັດຂອງ ຫວຽດນາມໃນວິກິດການປັດຈຸບັນ ແມ່ນວິທີການ ທີ່ ຫວຽດນາມ “ຮັບມືກັບໂລກລະບາດໂຄວິດ - 19 ເພື່ອຮັກສາໃຫ້ແກ່ພື້ນຖານເສດຖະກິດ ພັດທະນາ”.