ສື່ມວນ​ຊົນ ອາ​ເມ​ລິ​ກາ​ ຮັບ​ຮູ້ ຜົນ​ສຳ​ເລ​ັດ​ ຂອງ​ ຫວຽດ​ນາມໃນ​ກ​ານ​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ຫວຽດນາມໜ້າຈະເປັນທີ່ໄດ້ຮັບຮູ້ຫຼາຍກ່ວາອີກ ຍ້ອນຄວາມສາມາດໃນການຄວບຄຸມໂລກລະບາດໂຄວິດ - 19 ໃນໄລຍະສັ້ນ ດ້ວຍບັນດາຂັ້ນຕອນທີ່ຮັບປະກັນຄວາມປອດໄພໂດຍພື້ນຖານ.
ສື່ມວນ​ຊົນ ອາ​ເມ​ລິ​ກາ​ ຮັບ​ຮູ້ ຜົນ​ສຳ​ເລ​ັດ​ ຂອງ​ ຫວຽດ​ນາມໃນ​ກ​ານ​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ພາບປະກອບ: Reuters

ໃນບົດຂຽນທີ່ໄດ້ລົງ ທາງໜັງສືພິມສື່ເອເລັກໂຕນິກ Business Insider (ອາເມລິກາ) ໃນວັນທີ 21 ກຸມພາ ຖືວ່າ ການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງຫວຽດນາມ ແມ່ນແບບຢ່າງທີ່ດີເດັ່ນ. ຫວຽດນາມໜ້າຈະເປັນທີ່ໄດ້ຮັບຮູ້ຫຼາຍກ່ວາອີກ ຍ້ອນຄວາມສາມາດໃນການຄວບຄຸມໂລກລະບາດໂຄວິດ - 19 ໃນໄລຍະສັ້ນ ດ້ວຍບັນດາຂັ້ນຕອນທີ່ຮັບປະກັນຄວາມປອດໄພໂດຍພື້ນຖານ.

ດ້ວຍທີ່ຕັ້ງພູມີປະເທດ (ມີຊາຍແດນຕິດກັບປະເທດຈີນ, ເຊິ່ງແມ່ນປະເທດທຳອິດທີ່ເກີດມີໂລກລະບາດໂຄວິດ - 19) ແລະ ມີປະຊາກອນ ປະມານ 97 ລ້ານຄົນ, ຫວຽດນາມມີຄວາມສ່ຽງກາຍເປັນຈຸດຮ້ອນຂອງໂລກລະບາດໂຄວິດ - 19. ແຕ່ຜ່ານການນຳໃຊ້ຮູບແບບຕ້ານໂລກລະບາດດ້ວຍຄ່າໃຊ້ຈ່າຍຕ່ຳ ແລະ ປະຕິບັດບັນດາມາດຕະການຮັບປະກັບຄວາມປອດໄພໂດຍພື້ນຖານຄື: ລ້າງມື ແລະ ໃສ່ຜ້າອັດປາ - ດັງເປັນປະຈຳ, ຫວຽດນາມ ສາມາດຄວບຄຸມໄດ້ໂລກລະບາດໂຄວິດ - 19 ໃນຮອບເວລາ 2 – 3 ເດືອນ. ປັດຈຸບັນ, ຫວຽດນາມ ຫາກໍ່ຢັ້ງຢືນຈຳນວນຜູ້ຕິດເຊື້ອພະຍາດ ໂຄວິດ - 19 ຕ່ຳກ່ວາ 2500 ຄົນ, ໃນນັ້ນມີຜູ້ເສຍຊີວິດ 35. ບົດໜັງສື່ພິມຂອງອາເມລິກາ ເນັ້ນໜັກວ່າ ບໍ່ມີປະເທດໃດທີ່ມີປະຊາກອນເທົ່າທຽມກັບ ພັດຄວບຄຸມໄດ້ໂລກລະບາດດີຄື ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ