ສຸມໃສ່ບັນດາມາດຕະການຍົກສູງບົດບາດຕິດຕາມກວດກາຂອງສະພາປະຊາຊົນທຸກຂັ້ນ
ທ່ານນາງ ຕ່ອງທິຟ໋ອງ ກ່າວຄຳເຫັນທີ່ກອງປະຊຸມ
|
(vovworld) – ສຸມໃສ່ບັນດາມາດຕະການຍົກສູງບົດບາດຕິດຕາມກວດກາຂອງສະພາປະຊາຊົນທຸກຂັ້ນ - ນີ້ແມ່ນການຊີ້ນຳຂອງທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ທີ່ກອງປະຊຸມແລກປ່ຽນບົດຮຽນໃນການເຄື່ອນໄຫວສະພາປະຊາຊົນ 14 ແຂວງເຂດພູພຽງ ແລະ ພູສູງທາງທິດເໜືອຄັ້ງທີ 8 ຢູ່ແຂວງ ລາວກາຍ ໃນຕອນເຊົ້າວັນທີ 22/4. ເຂົ້າຮ່ວມກອງປະຊຸມມີຜູ້ແທນສູນກາງ ແລະ 14 ແຂວງເຂດພູພຽງ, ພູສູງທາງທິດເໜືອ ກ່ວາ 300 ທ່ານ.
ດ້ວຍຫົວຂໍ້ວ່າ “ສະພາປະຊາຊົນທຸກຂັ້ນໃນກົງຈັກອຳນາດການປົກຄອງທ້ອງຖິ່ນ - ສະພາບຕົວຈິງ ແລະ ມາດຕະການ”, ບັນດາຜູ້ແທນໄດ້ຍົກອອກບັນດາບົດຮຽນ, ບັນດາມາດຕະການທີ່ດີເພື່ອສືບຕໍ່ປ່ຽນໃໝ່ຮອບດ້ານ, ຍົກສູງການເຄື່ອນໄຫວຂອງອຳນາດການປົກຄອງລັດຢູ່ ທ້ອງຖິ່ນຕາມເນື້ອໃນຈິດໃຈຂອງລັດຖະທຳມະນູນປີ 2013. ພ້ອມທັງປະກອບບັນດາຄຳເຫັນສຳຄັນເຂົ້າໃນເນື້ອໃນຮ່າງ “ກົດໝາຍວ່າດ້ວຍອຳນາດການປົກຄອງທ້ອງຖິ່ນ”. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ເນັ້ນໜັກວ່າ:
“ກອງປະຊຸມແມ່ນໂອກາດອັນລ້ຳຄ່າເພື່ອແລກປ່ຽນບົດຮຽນ, ປຶກສາຫາລື, ປະກອບຄຳເຫັນ, ຂໍ້ສະເໜີໃຫ້ແກ່ການຍົກສູງຄຸນນະພາບ ແລະ ປະສິດທິຜົນແຫ່ງການເຄື່ອນໄຫວຂອງສະພາປະຊາຊົນ. ປະກອບສ່ວນກໍ່ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ, ຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ ຢ່າງແທດຈິງ. ກໍ່ຄືປະກອບສ່ວນເຂົ້າໃນວິວັດການກໍ່ສ້າງແຜນຮ່າງ “ກົດໝາຍວ່າດ້ວຍອຳນາດການປົກຄອງທ້ອງຖິ່ນ” ເຊິ່ງຈະໄດ້ນຳມາປຶກສາຫາລື ໃນສະໄໝປະຊຸມຈະມາເຖິງ.”