ສຸມໃສ່ວຽກງານສ້າງກົດໝາຍທີ່ກອງປະຊຸມຄັ້ງທີ29ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ13
ກອງປະຊຸມຄັ້ງທີ 28 ຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມ
ພາບ:internet
|
(vovworld)- ກອງປະຊຸມຄັ້ງທີ 29 ຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມຊຸດທີ 13 ຄາດວ່າຈະໄຂຂຶ້ນໃນຕອນເຊົ້າວັນທີ 14/7 ຢູ່ ຮ່າໂນ້ຍ. ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດຈະສວນຫງວນເວລາສ່ວນຫລາຍໃຫ້ແກ່ວຽກງານສ້າງກົດໝາຍ. ໃນນັ້ນ ຄະນະປະຈຳສະພາແຫ່ງຊາດຈະໃຫ້ຄຳເຫັນໃສ່ຮ່າງກົດໝາຍບາງສະບັບຄື: ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ຜູ້ແທນສະພາປະຊາຊົນ, ຮ່າງກົດໝາຍບັດປະຈຳຕົວ, ຮ່າງກົດໝາຍສຳມະໂນພົນລະເມືອງ, ຮ່າງກົດໝາຍສານປະຊາຊົນ(ສະບັບປັບປຸງ), ຮ່າງກົດໝາຍຈັດຕັ້ງໄອຍະການປະຊາຊົນ ແລະ ຮ່າງກົດໝາຍອື່ນບາງສະບັບ. ແລະໃນກອງປະຊຸມຄັ້ງນີ້ ຄະນະປະຈຳສະພາແຫ່ງຊາດ ຈະຕີລາຄາໝາກຜົນກອງປະຊຸມສະໄຫມສາມັນເທື່ອທີ 7 ສະພາແຫ່ງຊາດຫວຽດນາມຊຸດທີ 13 ແລະ ໃຫ້ຄຳເຫັນກ່ຽວກັບການກະກຽມກອງປະຊຸມສະໄຫມສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມ ຊຸດທີ 13.