ສິລະປະ ເດີນກາຕາຍຕື ພາກໃຕ້ ຫາກໍໄດ້ຮັບການຮັບຮອງຈາກ ອົງການ UNESCO ແມ່ນ ມໍລະດົກວັດທະນະທຳບໍ່ມີຮູບຮ່າງເປັນຕົວແທນຂອງມວນມະນຸດ (ພາບ: http://vnexpress.net)
|
(vovworld)- “ ສິລະປະ ເດີນກາຕາຍຕືພາກໃຕ້ ສົມເປັນປະເພດສິລະປະໄດ້ຮັບການເຊີດຊູ” , ນີ້ແມ່ນຄວາມເຫັນຂອງບັນດານັກຄົ້ນຄ້ວາ, ນັກຄຸ້ມຄອງ ກໍຄືວົງການນັກສິລະປີນ ຕໍ່ໜ້າເລື່ອງ ສິລະປະ ເດີນກາຕາຍຕື ພາກໃຕ້ ຫາກໍໄດ້ຮັບການເຊີດຊູຈາກອົງການ UNESCO ແມ່ນ ມໍລະດົກວັດທະນະທຳບໍ່ມີຮູບຮ່າງເປັນຕົວແທນຂອງມວນມະນຸດ. ທ່ານ ບຸ່ຍຈ້ອງຫ່ຽນ ນັກຄົ້ນຄ້ວາສັງກັດສະຖາບັນວັດທະນະທຳສິລະປະຫວຽດນາມ ໃຫ້ຮູ້ວ່າ :
“ ນີ້ແມ່ນສິລະປະທີ່ເປັນຍອດສູງໃນບັນດາປະເພດເຄື່ອງດົນຕີ ທີ່ຂຶ້ນກັບໝວດພິນມີສາຍຂອງຊາວຫວຽດນາມ. ສຳລັບບົດດົນຕີຂອງ ສິລະປະ ເດີນກາຕາຍຕື ພາກໃຕ້ ແມ່ນຂຶ້ນເຖິງ 100 ບົດ. ສິລະປະ ເດີນກາຕາຍຕື ແມ່ນອາດຈະແດງດ້ວຍເຄື່ອງດົນຕີປະເພດດຽວ, ຫຼືປະສານກັບ ເຄື່ອງດົນຕີປະເພດອື່ນ, ສະແດງໃຫ້ເຫັນລັກສະນະຫົວຄິດຄິດສ້າງຂອງຊາວຫວຽດນາມ. ສຳລັບບົດດົນຕີໜຶ່ງ, ບັນດານັກເສບ ເຄື່ອງດົນຕີສາມາດສະແດງດ້ວຍຫຼາຍວິທີແຕກຕ່າງກັນ. ນີ້ແມ່ນສິລະປະຍອດສູງຂອງຊາວຫວຽດນາມ”
ຕາມການຕີລາຄາຂອງອົງການ UNESCO, ສິລະປະ ເດີນກາຕາຍຕື ພາກໃຕ້ຂອງຫວຽດນາມ ສາມາດຕອບສະໜອງບັນດາມາດຖານ ແລະ ໄດ້ຮັບການຕີລາຄາສູງສຸດຈາກ ອົງການ UNESCO . ທ່ານ ຫງວຽນເທ້ຮຸ່ງ ຫົວໜ້າກົມມໍລະດົກ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມໃຫ້ຮູ້ວ່າ :
“ ເມື່ອ ມໍລະດົກໄດ້ຮັບການເຊີດຊູຈາກ ອົງການ UNESCO ນັ້ນ, ມັນກໍໝາຍເຖິງການຕີລາຄາເລື່ອງຫວຽດນາມສາມາດອະນຸລັກຮັກສາບັນດາ ມໍລະດົກເຫຼົ້ານັ້ນຄືແນວໃດໃນຊຸມປີມໍ່ໆມານີ້. ໃນສຳເນົາທີ່ສົ່ງເຖິງ ອົງການ UNESCO, ພວກເຮົາໄດ້ລາຍງານບັນດາວຽກງານທີ່ພວກເຮົາໄດ້ເຮັດ ແລະ ຈະເຮັດໃນໄລຍະທີ່ຈະເຖິງ. ດັ່ງນັ້ນ ພວດເຮົາຕ້ອງຕິດແທດກັບເນື້ອໃນເຫຼົ່ານັ້ນເພື່ອປະຕິບັດ ”