ສີສັນວັດທະນະທຳຫວຽດນາມ ໃນງານບຸນຖະໜົນ Chingay 2015 ຢູ່ສິງກະໂປ
ຫວຽດນາມ ເຂົ້າຮ່ວມງານບຸນຖະໜົນ Chingay
(ພາບ: vietnamplus.vn)
(vovworld) – ວັດທະນະທຳຕີຄ້ອງໄຕງວຽນ ແລະ ເສື້ອຍາວຫວຽດນາມ ແມ່ນຈຸດພົ້ນເດັ່ນໃນລາຍການສະແດງຂອງຄະນະສິລະປະກອນຂຶ້ນກັບໂຮງລະຄອນຟ້ອນລຳທຳເພງຫວຽດນາມ ທີ່ເຂົ້າຮ່ວມງານບຸນຖະໜົນ Chingay ເຊິ່ງດຳເນີນໄປຢູ່ສິງກະໂປ ໃນຕອນຄໍ່າວັນທີ 27 – 28/02. ທ່ານ ຫງວຽນເຈື່ອງຢາງ, ຫົວໜ້າຄະນະສີລະປະກອນຫວຽດນາມ ເຂົ້າຮ່ວມ Chingay ປີ 2015 ໃຫ້ຮູ້ວ່າ, ຄະນະຈະສຸມໃສ່ໂຄສະນາວັດທະນະທຳມໍລະດົກຂອງເຂດໄຕງວຽນ ເຊິ່ງໄດ້ຮັບການຮັບຮູ້ຈາກ UNESCO, ພ້ອມກັບຈຸດວັດທະນະທຳອື່ນຂອງຫວຽດນາມ ເຖິງບັນດາງານບຸນໃນທົ່ວໂລກ ແລະ ເພື່ອນມິດສາກົນຈະມີໂອກາດເຂົ້າໃຈກ່ຽວກັບສີສັນວັດທະນະທຳຂອງຊາດຫວຽດນາມ ຫຼາຍກວ່າ. ນີ້ກໍ່ແມ່ນໂອກາດເພື່ອພົບປະແລກປ່ຽນ ແນໃສ່ເປີດກວ້າງການພົວພັນຮ່ວມມືຮອບດ້ານລະຫວ່າງຫວຽດນາມ ກັບໂລກ.