ສື່ສານຍີ່ປຸ່ນໃຫ້ຂ່າວທ່ານຫງວຽນຊວນຟຸກໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີ
(ສື່ສານຍີ່ປຸ່ນໃຫ້ຂ່າວທ່ານຫງວຽນຊວນຟຸກ
ໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີ)
(vovworld) - ສື່ສານ ຍີ່ປຸ່ນ ໄດ້ໃຫ້ຂ່າວວ່າ, ສະພາແຫ່ງຊາດ ຫວຽດນາມໄດ້ເລືອກຕັ້ງທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນນາຍົກລັດຖະມົນຕີ ແທນໃຫ້ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ. ສຳນັກຂ່າວສານ Kyodo ໃຫ້ຂໍ້ສັງເກດວ່າ, ທ່ານນາຍົກລັດຖະມົນຕີຄົນໃໝ່ ຫງວຽນຊວນຟຸກ ຈະສືບຕໍ່ໜ້າທີ່ຂອງປະເທດຊາດ, ພັດທະນາຕາມທິດເສດຖະກິດການຕະຫຼາດ, ໂດຍອີງຕາມນະໂຍບາຍປ່ຽນໃໝ່ຂອງຫວຽດນາມ ເຊິ່ງໄດ້ປະຕິບັດໃນຫຼາຍປີມານີ້. ສຳນັກຂ່າວສານ Kyodo ຍັງເນັ້ນໜັກວ່າ, ໃນອາຍຸການຂອງຕົນ, ທ່ານນາຍົກລັດຖະມົນຕີຄົນໃໝ່ຈະສຸມໃສ່ເຂົ້າໃນການປະຕິຮູບເສດຖະກິດ ແລະ ບັນຫາທະເລຕາເວັນອອກ.
ສຳນັກຂ່າວສານ Jiji ຂອງ ຍີ່ປຸ່ນກໍ່ໃຫ້ຂ່າວກ່ຽວກັບບັນຊີລາຍຊື່ຄະນະລັດຖະບານຂອງ ຫວຽດນາມ ເຊິ່ງຈະໄດ້ຮັບການປະກາດໃນສັບປະດານີ້ ແລະ ຈະປະຕິບັດໜ້າທີ່ໃນສັບປະດານີ້. ສຳນັກຂ່າວສານນີ້ກໍ່ໃຫ້ຂ່າວວ່າ. ທີ່ສະໄໝປະຊຸມຂອງສະພາແຫ່ງຊາດ ເຊິ່ງໄຂຂຶ້ນໃນວັນທີ 21/3, ທ່ານນາງ ຫງວຽນທິກິມເງິນ ໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດ, ທ່ານ ເຈິ່ນດ້າຍກວາງ ໄດ້ຮັບເລືອກຕັ້ງເປັນປະທານປະເທດ. ແລະ ເດືອນ 1/2016, ທີ່ກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ, ທ່ານ ຫງວຽນຟູ໋ຈ້ອງ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.