ສື່ສານເອີລົບໃຫ້ຂ່າວກ່ຽວກັບຫວຽດນາມພາຍຫຼັງ40ປີແຫ່ງການທ້ອນໂຮມເປັນເອກະພາບ
ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ, ອ່ານສູນທອຍພົດ
ໃນໂອກາດສະເຫຼີມສະຫຼອງ 40 ປີ ແຫ່ງວັນປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບ
(ພາບ: TTXVN)
(vovworld) - ໃນເວັບໄຊ Euro Presse Image ວັນທີ 3/5 ໄດ້ໃຫ້ຂ່າວກ່ຽວກັບຫວຽດນາມ ພາຍຫຼັງ 40 ປີທີ່ໄດ້ຮັບການທ້ອນໂຮມເປັນເອກະພາບ, ໃນນັ້ນເນັ້ນໜັກວ່າ: ປະຈຸບັນ, ນະຄອນ ໂຮ່ຈີມິນ ໄດ້ກາຍເປັນໃຈກາງເສດຖະກິດຂອງຫວຽດນາມ, ແລະ ອາດຈະກາຍເປັນໃຈກາງເສດຖະກິດທີ່ສຳຄັນຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້. ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ມີລາຍຮັບສະເລ່ຍ, ດ້ວຍລະດັບພັດທະນາເສດຖະກິດສະເລ່ຍໃນແຕ່ລະປີແມ່ນ 7%. ຫວຽດນາມ ໄດ້ປະຕິບັດສຳເລັດບາງຄາດໝາຍສະຫັດສະວັດ, ບົດຂຽນໄດ້ເນັ້ນໜັກເຖິງຄຳກ່າວປາໄສ ຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ, ໃນໂອກາດສະເຫຼີມສະຫຼອງ 40 ປີ ແຫ່ງວັນປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບ, ວັນທີ 30/4/1975-30/4/2015, ໃນນັ້ນຮຽກຮ້ອງປະຊາຊົນມານະພະຍາຍາມປະຕິບັດພາລະກິດປ່ຽນໃໝ່, ຮັດແໜ້ນກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ກໍ່ສ້າງລະບົບການເມືອງໃຫ້ໝັ້ນຄົງເຂັ້ມແຂງ, ຮັບປະກັນຄວາມເປັນສະຖຽນລະພາບທາງການເມືອງ, ສັງຄົມ, ມຸ່ງໄປເຖິງການພັດທະນາຢ່າງໝັ້ນຄົງ, ສ້າງພື້ນຖານຢ່າງໜັກແໜ້ນເພື່ອກໍ່ສ້າງປະເທດຫວຽດນາມ ອຸດສາຫະກຳ ແລະ ທັນສະໄໝ.