(vovworld) – ຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບໃນເຫດການລົມຫົວກຸດຢູ່ ລັດ Oklahoma ແຫ່ງ ອາເມລິກາ, ອາດຈະມີເຖິງ 91 ຄົນເສຍຊີວິດ ແລະ ຜູ້ຮັບບາດເຈັບກ່ວາ 200 ຄົນ, ໃນນັ້ນມີເດັກນ້ອຍຫຼາຍຄົນ. ປະຈຸບັນ, ອົງການສາທາລະນະສຸກທ້ອງຖິ່ນໄດ້ພົບເຫັນ 24 ກໍລະນີເສຍຊີວິດໃໝ່. ບັນດາກຳລັງກູ້ໄພກູ້ຊີບພວມຕັ້ງໜ້າຜັນຂະຫຍາຍວຽກງານມ້າງມັດສະຖານທີ່ເກີດເຫດຍ້ອນໄພທຳມະຊາດກໍ່ຂຶ້ນ, ຊອກຫາບັນດາຜູ້ປະສົບເຄາະຮ້າຍ. ຄາດວ່າ, ຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບໃນໄພພິບັດທຳມະຊາດດັ່ງກ່າວອາດຈະເພີ່ມຂຶ້ນຍ້ອນວ່າວຽກງານກູ້ໄພກູ້ຊີບຍັງບໍ່ທັນຢຸດຕິລົງ ແລະ ມີຫຼາຍຄົນຍັງຕິດຄ້າງໃນເຮືອນຊານຖືກລົມໃຕ້ຝຸ່ນທຳລາຍ. ຈາກທຳນຽບຂ່າວ, ວັນທີ 21/5, ທ່ານປະທານາທິບໍດີ Barack Obama ຖະແຫຼງວ່າ: ລັດ Oklahoma ແມ່ນ “ເຂດຖືກຜົນສະທ້ອນໄພພິບັດທຳມະຊາດຢ່າງໜັກໜ່ວງທີ່ສຸດ”, ພ້ອມທັງຮຽກຮ້ອງໃຫ້ບັນດາອົງການສົງເຄາະໜູນຊ່ວຍອຳນາດການປົກຄອງລັດ Oklahoma ໃນວຽກງານກູ້ໄພກູ້ຊີບ ແລະ ແກ້ໄຂຜົນຮ້າຍຈາກໄພພິບັດທຳມະຊາດ. ທ່ານປະທານາທິບໍດີ Obama ມີການປະຊຸມກັບບັນດາສະມາຊິກຄະນະລັດຖະບານ, ຮັບຟັງລາຍງານກ່ຽວກັບສະພາບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພພິບັດທຳມະຊາດຢູ່ Oklahoma.