(ທ່ານສົມພອນ ສີຈະເລີນ ເອກອັກຄະລັດຖະທູດ ສປປ ລາວ ປະຈຳຫວຽດນາມ )
(vovworld) – ຕອນຄໍ່າວັນທີ 18/7, ຢູ່ຮ່າໂນ້ຍ, ສະຖານທູດສປປ ລາວ ປະຈຳຫວຽດນາມ ໄດ້ຈັດງານລ້ຽງຢ່າງສົມກຽດ ເນື່ອງໃນໂອກາດສະເຫຼີມສະຫຼອງ ປີແຫ່ງຄວາມສາມັກຄີມິດຕະພາບ ຫວຽດນາມ - ລາວ 2012, 35 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ - ລາວ (18/7/1977 – 18/7/2012) ແລະ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ (5/9/1962 – 5/9/2012). ເຂົ້າຮວ່ມງານລ້ຽງ, ຝ່າຍຫວຽດນາມ ມີທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ Nguyen Phu Trong; ທ່ານປະທານປະເທດ Truong Tan Sang; ທ່ານນາຍົກລົດຖະມົນຕີ Nguyen Tan Dung. ສ່ວນຝ່າຍລາວມີຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດສປປ ລາວທ່ານ ບຸນຍັງ ວໍລະຈິດ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສປປລາວ ປະຈຳຫວຽດນາມ ສົມພອນ ສີຈະເລີນ ພ້ອມກັນບັນດາການຳກະຊວງ, ຂະແໜງການທີ່ກ່ຽວຂ້ອງ. ກ່າວຄຳເຫັນທີ່ງານລ້ຽງ. ທ່ານເອກອັກຄະລັດຖະທູດ ສົມພອນ ສີຈະເລີນ ເວົ້າວ່າ.
( ທ່ານປະທານປະເທດ Truong Tan Sang )
ໃນບົດປາໄສທີ່ງານລ້ຽງທ່ານປະທານປະເທດ Truong Tan Sang ໄດ້ຕີລາຄາສູງການຮວ່ມມືລະຫວ່າງສອງປະເທດຫວຽດນາມ - ລາວ ໃນໄລຍະທີ່ຜ່ານມາ ແລະສະແດງຄວາມພາກພູມໃຈວ່າ
“ພວກເຮົາມີຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງບໍ່ຢຸດຢັ້ງຂອງມູນເຊື້ອສາມັກຄີມິດຕະພາບແບບພິເສດ, ສາຍພົວພັນຊັດຊື່ບໍລິສຸດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດຫວຽດນາມ - ລາວ ເຊິ່ງທ່ານປະທານໂຮ່ຈິມິນ ແລະ ທ່ານໄກສອນ ພົມວິຫານທີ່ເຄົາລົບຮັກ ໄດ້ກໍ່ຕັ້ງ, ເຊິ່ງບັນດາພະນັກງານລຸ້ນຕ່າງໆຂອງສອງພັກ, ສອງລັດ ພ້ອມກັບປະຊາຊົນສອງປະເທດໄດ້ເພີ່ມພູນຄຸນສ້າງ ແລະ ກ່າຍເປັນຊັບສົມມບັດອັນລຳຄ່າຂອງສອງຊາດ ແລະ ແມ່ນກົດເກນແຫ່ງການພັດທະນາລວມຂອງການປະຕິວັດຂອງແຕ່ລະປະເທດພວກເຮົາ.”
ໃນບັນຍາກາດທີ່ເຕັມໄປດ້ວຍນໍ້າໃຈມິດຕະພາບ, ຄວາມສາມັກຄີຫວຽດນາມ - ລາວ. ບັນດາການນຳພັກ, ລັດ ແລະ ທຸກໆຄົນທີ່ເຂົ້າຮ່ວມ ພ້ອມກັນຍົກຈອກອວຍພ້ອນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດໃຫ້ຂຽວສົດງົດງາມ, ໝັ້ນຄົງນະໜົງແກ່ນໄປຊົ່ວກາລະນາມ.
ໃນໂອກາດດຽວກັນ ຢູ່ ນະຄອນຫລວງ ວຽງຈັນ, ສະຖານທູດ ຫວຽດນາມ ປະຈຳ ສປປ ລາວ ໄດ້ຈັດງານລ້ຽງຂຳ່ນັບຮັບຕ້ອນເຫດການທີ່ມີຄວາມໝາຍສຳຄັນຍິ່ງນີ້. ກ່າວປາໄສເປີດງານລ້ຽງ, ທ່ານ Ta Minh Chau ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສປປ ລາວ ໄດ້ຢືນຢັນວ່າ: ນ້ຳໃຈສາມັກຄີສະຫນິດຕິດພັນລະຫວ່າງສອງປະເທດ ຫວຽດນາມ ແລະ ລາວ ນັບມື້ນັບພັດທະນາ. ປະຈຸບັນ, ໃນສະພາບການໃຫມ່, ເມື່ອສອງປະເທດພວມຢືນຢູ່ຕໍ່ຫນ້າກາລະໂອກາດ ແລະ ສິ່ງທ້າທາຍຫລາຍຢ່າງ ການພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດນັບມື້ນັບໄດ້ຮັບການພັດທະນາ. ໃນບົດປາໄສຂອງຕົນ, ທ່ານນາຍົກລັດຖະມົນຕີ ລາວ, ທອງສິງ ທຳມະວົງ ໄດ້ເນັ້ນຫນັກວ່າ: ການພົວພັນສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ແມ່ນປັດໄຈຕັດສິນຜົນສຳເລັດຂອງພາລະກິດສ້າງສາ ແລະ ພັດທະນາຂອງສອງປະເທດ. ພັກ ແລະ ລັດລາວ ໝັ້ນໝາຍຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອນຳສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມ ໃຫ້ເລິກເຊິ່ງ ແລະ ກາຍເປັນອາລົມຈິດ, ແນວຄິດທາງດ້ານການເມືອງຂອງພະນັກງານ, ສະມາຊິກພັກ ແລະ ຂອງປະຊາຊົນລາວແຕ່ລະຄົນ. ພັກ, ລັດ ແລະ ລັດຖະບານລາວ ຈະສືບຕໍ່ຮັກສາ ແລະ ພັດທະນາສາຍພົວພັນບໍລິສຸດຜຸດຜ່ອງລະຫວ່າງສອງປະເທດເພື່ອສືບທອດຮອດເຊັ່ນລູກເຊັ່ນຫລານ.