ສະຖານທູດລາວ ປະຈຳຫວຽດນາມ ຈັດຕັ້ງພິທີຕ້ອນຮັບ ບຸນປີໃໝ່ ພສ 2557
Minh Duc -  
(ພິທີຕ້ອນຮັບບຸນປີໃໝ່, ປີມະເມຍ ພສ 2557)
(vovworld) - ຕອນຄໍ່າວັນທີ 10/04, ຢູ່ຮ່າໂນ້ຍ, ສະຖານທູດສປປລາວ ປະຈຳຫວຽດນາມ ໄດ້ຈັດພິທີຕ້ອນຮັບບຸນປີໃໝ່, ປີມະເມຍ ພສ 2557.
ເຂົ້າຮ່ວມພິທີມີທ່ານ ເລຮົ່ງແອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດຫວຽດນາມ; ທ່ານນາງຕ່ອງທິຟ໋ອງ, ຮອງປະທານສະພາແຫ່ງຊາດ; ທ່ານ ຫງວຽນຊວນຟຸ໋ກ, ຮອງນາຍົກລັດຖະມົນຕີ ພ້ອມກັບບັນດາແຂກຖືກເຊີນຫວຽດນາມ - ລາວ ເປັນຈຳນວນຫຼວງຫຼາຍ.
(ທ່ານ ສົມພອນ ສີຈະເລີນ, ເອກອັກຄະລັດຖະທູດວິສາມັນ,
ຜູ້ມີອຳນາດເຕັມແຫ່ງສປປລາວ ປະຈຳຫວຽດນາມ)
ໃນບັນຍາກາດທີ່ຟົດຟື້ນຂອງງານບູນຕ້ອນຮັບບຸນປີໃໝ່, ທ່ານ ສົມພອນ ສີຈະເລີນ, ເອກອັກຄະລັດຖະທູດວິສາມັນ, ຜູ້ມີອຳນາດເຕັມແຫ່ງສປປລາວ ປະຈຳຫວຽດນາມ ໃຫ້ຮູ້ວ່າ.
(ທ່ານນາງຕ່ອງທິຟ໋ອງ, ຮອງປະທານສະພາແຫ່ງຊາດ)
ກ່າວຄຳເຫັນທີ່ພິທີ, ທ່ານນາງຕ່ອງທິຟ໋ອງ, ຮອງປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ.
“ໃນຊຸມປີຜ່ານມາ, ເຖິງວ່າສະພາບເສດຖະກິດໂລກ ແລະ ພາກພື້ນມີການຜັນແປທີ່ ສັບສົນຫຼາຍຢ່າງ, ແຕ່ລະປະເທດກໍ່ປະສົບກັບຄວາມຫຍຸ້ງຍາກ, ແຕ່ດ້ວຍຄວາມຕັດສິນໃຈ ແລະ ຄວາມມານະພະຍາຍາມຂອງທັງ 2 ຝ່າຍ, ການພົວພັນຮ່ວມມື ຫວຽດນາມ - ລາວ ໄດ້ຮັບຜົນງານສຳຄັນຫຼາຍຢ່າງ. ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະພ້ອມກັບລາວ ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອສາມັກຄີມິດຕະພາບແບບພິເສດ, ຍູ້ແຮງການຮ່ວມມືຮອບດ້ານລະຫວ່າງ 2 ປະເທດຢ່າງບໍ່ຢຸດຢັ້ງ ໃຫ້ຂຶ້ນສູ່ລະດັບສູງໃໝ່ ແລະ ມີປະສິດທິຜົນ”.
ທີ່ພິທີ, ແຂກຖືກເຊີນຍັງເຂົ້າຮ່ວມພິທີບາສີສຸຂວັນ, ຫົດນ້ຳອວຍພອນປີໃໝ່ ແລະ ພ້ອມກັນຟ້ອນລຳວົງຕາມຮິດຄອງປະເພນີຂອງລາວ.
Minh Duc