(ສະຖານທູດຫວຽດນາມປະຈຳລາວ
ອວຍພອນວັນຊາດລາວຄົບຮອບ40ປີ)
(vovworld) – ຕອນບ່າຍວັນທີ 30/11, ຄະນະຜູ້ແທນສະຖານທູດ ຫວຽດນາມ ປະຈຳ ລາວ, ໂດຍທ່ານເອກອັກຄະລັດຖະທູດ ຫງວຽນແມ້ງຮຸ່ງ ນຳໜ້າໄດ້ໄປອວຍພອນກະຊວງປ້ອງກັນປະເທດ ລາວ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ລາວ ຄົບຮອບ 40 ປີ. ທ່ານເອກອັກຄະລັດຖະທູດ ຫງວຽນແມ້ງຮຸ່ງ ຢືນຢັນ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອເພີ່ມພູນຄູນສ້າງນ້ຳໃຈສາມັກຄີແບບພິເສດ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ, ປະກອບສ່ວນນຳການພົວພັນ 2 ປະເທດຂຶ້ນສູ່ລະດັບສູງໃໝ່, ນັບມື້ນັບມີປະສິດທິຜົນ, ແທດຈິງ ຕອບສະໜອງຄວາມມຸງມາດປາດຖະໜາ ແລະ ຜົນປະໂຫຍດຂອງປະຊາຊົນ 2 ປະເທດ.