ສະຖານທູດຫວຽດນາມປະຈຳໄທອາລັກຂາຊາວປະມົງຫວຽດນາມ38ຄົນຖືກຈັບຕົວ

ສະຖານທູດຫວຽດນາມປະຈຳໄທອາລັກຂາຊາວປະມົງຫວຽດນາມ38ຄົນຖືກຈັບຕົວ - ảnh 1
(ພາບປະກອບຈາກ bangkokpost.com)

(vovworld) –  ວັນ​ທີ 28/3, ທ່ານ ຫງວຽນ​ເຕີ​ດ​ແທ່ງ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ​ໄທ ​ໃຫ້​ຮູ້​ວ່າ: ສະຖານທູດ ຫວຽດນາມ ພວມ​ມະ​ພະຍາຍາມ​ຮັບປະກັນ​ໃຫ້​ບັນດາ​ຊາວ​ປະມົງ ຫວຽດນາມ ທີ່ຫາ​ກໍ່​ຖືກ​ຈັບ​ຕົວ ​ແລະ ປະຈຸ​ບັນ​ພວມ​ຖືກ​ກັກ​ຂັງ​ຢູ່​ແຂວງ ສົງ​ຂາ, ທາງ​ພາກ​ໃຕ້ ​ໄທ, ​ໄດ້​ຮັບ​ການ​ປະພຶດ​ຕໍ່​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ​ສາກົນ ​ແລະ ກົດໝາຍ​ປະ​ເທດ​ປະຈຳ​ຖິ່ນ. ກ່ອນ​ໜ້າ​ນັ້ນ, ສື່​ມວນ​ຊົນ ​ໄທ ​​ໄດ້​ໃຫ້​ຂ່າວ​ວ່າມີ​ຊາວ​ປະມົງຫວຽດນາມ 38 ຄົນ ​ໃນ​ກຳ​ປ່ັນ 7 ລຳ​ຖືກ​ກຳລັງ​ລາດ​ຕະ​ເວນ​ຂອງກອງທັບ​ເຮ​ືອ ​ໄທ ຈັບ​ຕົວ​ໃນ​ຂະນະ​ທີ່ພວມ​ຫາ​ປາ​ຢູ່​ເຂດ​ເກາະ ຄຣະ ຫ່າງ​ຈາກ​ຝັ່ງ​ທະ​ເລ​ໄປ​ທາງ​ທິດ​​ໃຕ້​​ແຂວງ ນະຄອນ ສີ​ທຳ​ມະຣາດ 30 ​ໄມ​ທະ​ເລ. ບັນດາ​ຊາວ​ປະມົງ​ນີ້​ຖື​ກກ່າ​ວຫາ​ວ່າ “​ເຄື່ອນ​ໄຫວ​ຜິດ​ກົດໝາຍ” ​ໃນ​ເຂດ​ທະ​ເລ ​ໄທ ​ແລະ ພາຍຫຼັງ​​ໄດ້​ສົ່ງ​ໄປ​ຖານ​ທີ່​ໝັ້ນ​ກອງທັບ​ເຮືອ ສົງ​ຂາ, ຂຶ້ນ​ກັບ​ເຂ​​ດກອງທັບ​ເຮືອ ​ເລກ 2, ​ເພື່ອ​ມອບ​ສົ່ງ​ໃຫ້​ຕຳຫຼວດ. ຕາມ​ແຫຼ່ງຂ່າວ​ຫຼ້າ​ສຸດ​ແລ້ວ, ຕອນ​ບ່າຍ​ວັນ​ທີ 28/3, ​ເຈົ້າ​ໜ້າ​ທີ່ ​ໄທ ​ໄດ້​ນຳ​ຕົວ 38 ຄົນ​ດັ່ງກ່າວ​ດຳ​ເນີນ​ຄະດີ. ຜົນ​ຂອງ​ການ​ດຳ​ເນີນ​ຄະດີ​ຖືກຍົກ​ອອກ​ມາ​ໃນ​​ໄວໆ​ນີ້.


ຂ່າວ/ບົດ​ອື່ນ