ສະຖານທູດຫວຽດນາມຢູ່ຫລາຍປະເທດຈັດຕັ້ງລາຍການຕ້ອນຮັບບຸນເຕັດປີວອກ2016
ທ່ານ ເວືອງເທື່ອຟອງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳແບນຊີກອວຍພອນບຸດເຕັດ
ພາບ:TTXVN
|
(vovworld)- ວັນທີ 30/1, ສະຖານທູດຫວຽດນາມ ປະຈຳຈີນ, ຍີ່ປຸ່ນ, ອິນເດຍ ແລະ ແບນຊີກ ໄດ້ຈັດຕັ້ງລາຍການຕ້ອນຮັບບຸນເຕັດປີວອກ 2016. ກ່າວຄຳເຫັນນະທີ່ນີ້, ທ່ານ ຫວູຕຽນຢູງ, ອຸປະທູດຊົ່ວຄາວ ສະຖານທູດຫວຽດນາມປະຈຳຈີນ ໄດ້ແຈ້ງສະພາບການເສດຖະກິດສັງຄົມຂອງຫວຽດນາມໃນປີຜ່ານມາ, ຜົນງານອັນໃຫຍ່ຫລວງຊື່ງຫວຽດນາມ ໄດ້ຜ່ານຜ່າທຸກຄວາມຫຍຸ້ງຍາກ ສິ່ງທ້າທາຍ,ຮັກສາສະຖຽນລະພາບດ້ານການເມືອງ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບໄດ້ຮັບການປັບປຸງ, ເສດຖະກິດຮັກສາໃນທ່າເຕີບໂຕ. ກ່ຽວກັບການພົວພັນລະຫວ່າງຫວຽດນາມ ແລະ ຈີນ, ທ່ານ ຫວູຕຽນຢູງ ຢືນຢັນ: ການພົວພັນລະຫວ່າງສອງປະເທດສືບຕໍ່ພັດທະນາໃນທຸກຂົງເຂດ. ໃນລາຍການຕ້ອນຮັບບຸນປີໃຫມ່ປີວອກ ຢູ່ ສະຖານທູດຫວຽດນາມ ຢູ່ ແບນຊີກ, ທ່ານ ເວືອງເທື່ອຟອງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳແບນຊີກ ໄດ້ທົບທວນຄືນຂີດໝາຍສຳຄັນໃນການພົວພັນລະຫວ່າງຫວຽດນາມ ກັບ ແບນຊີກ ແລະ ສະຫະພາບເອີລົບໃນປີ 2015.