ສະຖານທູດຫວຽດນາມ ແລະ ລາວ ປະຈຳລັດເຊຍ ຮັດແໜ້ນຄວາມສາມັກຄີມິດຕະພາບ

ສະຖານທູດຫວຽດນາມ ແລະ ລາວ ປະຈຳລັດເຊຍ ຮັດແໜ້ນຄວາມສາມັກຄີມິດຕະພາບ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ສະຫະພັນ​ລັດ​ເຊຍ ຫງວຽນ​ແທງ​ເຊີນ ​
​ອວຍພອນ​ສະຖານທູດ​ລາວ ປະຈຳ​ມົດ​ສກູ
(ພາບ: baotintuc.vn)


(vovworld) – ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 39 ປີ​ແຫ່ງ​ວັດ​ສະຖາ​ປະ​ນາສປປ ລາວ (02/12/1975 – 02/12/2014), ວັນ​ທີ 02/12, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ສະຫະພັນ​ລັດ​ເຊຍ ຫງວຽນ​ແທງ​ເຊີນ ​ພ້ອມ​ກັບ​ບັນດາ​ພະນັກງານ​ສະຖານທູດ ຫວຽດນາມ ​ໄດ້​ມາ​ອວຍພອນ​ສະຖານທູດ​ລາວ ປະຈຳ​ມົດ​ສກູ. ທ່ານ​ເອກ​ອັກຄະ​ລັດ​ຖະທູດ​ ສປປລາວ ທຽງ ບຸບຜາ ​ໄດ້​ສະ​ແດງ​ຄວາມ​ເຄົາລົບ ​ແລະ ຂອບ​ໃຈ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ແທງ​ເຊີນ ທີ່​ໄດ້​ມາ​ອວຍພອນ​ເນື່ອງ​ໃນ​ໂອາກດວັນ​ບຸນ​ໃຫຍ່​ນີ້. ທ່ານ​ເອກ​ອັກຄະ​ລັດ​ຖະທູດ​ລາວ ທຽງ ບຸບຜາ ​ໃຫ້​ຮູ້​ວ່າ, ສະຖານທູດ​ລາວ ປະຈຳ​ລັດ​ເຊຍ ຈະ​ສືບ​ຕໍ່​ສົມທົບ​ກັນ, ຮ່ວມ​ມື​ກັບ​ສະຖານທູດ​ຫວຽດນາມ ປະຈຳ​ສະຫະພັນ​ລັດ​ເຊຍ ​ເພື່ອ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ, ປະກອບສ່ວນ​ຮັດ​ແໜ້ນ​ສາຍ​ພົວພັນ​ລະຫວ່າງ 2 ສະຖານທູດ​ຍິ່ງກວ່າ​ອີກ ກໍ​ຄື​ບັນດາ​ປະ​ເທດ​​ໃນ​ກຸ່ມ​ອາ​ຊຽນ ປະຈຳ​ສະຫະພັນ​ລັດ​ເຊຍ. ປະກອບສ່ວນ​ຍົກ​ສູງ​​ພາບ​ພົດ​ບັນດາ​ປະ​ເທດ​ອາ​ຊຽນ ຢູ່ສະຫະພັນ​ລັດ​ເຊຍ.

ຂ່າວ/ບົດ​ອື່ນ