ສະຖານທູດ ຫວຽດນາມປະຈຳ ອາເມລິກາ ຈັດການພົບປະສົນທະນາກ່ຽວກັບ “ສັນຍາປີຣີ 1973”
(vovworld) - ວັນທີ 18/1, ສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ຈັດການພົບປະສົນທະນາເນື່ອງໃນໂອກາດລະນຶກ 40 ປີແຫ່ງວັນເຊັນສັນຍາປາຣີ (27/1/1973 -27/1/2013) ດ້ວຍເນື້ອໃນ “ສັນຍາຢຸດຕິສົງຄາມ, ສ້າງສັນຕິພາບຢູ່ ຫວຽດນາມ ຄືນໃຫມ່”.
ທ່ານ ຫງວຽນກວກເກື່ອງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ
ອາເມລິກາ ກ່າວຄຳເຫັນທີ່ການພົບປະສົນທະນາ
|
ນະທີ່ນີ້, ບັນດານັກປະຖະກະຖາໄດ້ແນະນຳວິວັດການເຈລະຈາໂດຍສັງເຂບ, ໝາກຜົນ ແລະ ຄວາມໝາຍປະຫວັດສາດຂອງສັນຍາປາຣີ. ບັນດາຜູ້ແທນໄດ້ຫວນຄືນບົດຮຽນຫລາຍຢ່າງໃນການເຈລະຈາຄື: ບົດຮຽນກ່ຽວກັບການຍາດແຍ່ງກາລະໂອກາດ, ບົດຮຽນກ່ຽວກັບການສົມທົບກຳລັງແຮງທ່ົວປວງຊົນທັງຊາດ, ບົດຮຽນກ່ຽວກັບການປະສານສົມທົບລະຫວ່າງການທູດ ແລະ ການທະຫານ. ກ່າວຄຳເຫັນທີ່ການພົບປະສົນທະນາ, ທ່ານ ຫງວຽນກວກເກື່ອງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ໄດ້ຢືນຢັນວ່າ: 40 ປີໄດ້ຜ່ານໄປ ແຕ່ຄວາມໝາຍປະຫວັດສາດຂອງສັນຍາປາຣີ ຍັງຄົງມີຄຸນຄ່າເດີມ. ທ່ານສະເຫນີໃຫ້ບັນດາພະນັກງານສະຖານທູດ ພ້ອມກັບບັນດາອົງການຕາງຫນ້າ ຫວຽດນາມ ປະຈຳ ອາເມລິກາໝູນໃຊ້ບົດຮຽນຈາການເຈລະຈາສັນຍາປາຣີ ຢ່າງມີໄຫວພິບ ແລະ ຫົວຄິດປະດິດສ້າງເຂົ້າໃນພຶດຕິກຳຕົວຈິງຂອງວຽກງານ, ປະກອບສ່ວນສ້າງສາ ແລະ ປົກປັກຮັກສາປະເທດຊາດ, ຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ອາເມລິກາໃນສະພາບການໃຫມ່.