ສະຖາບັນຮ່ວມມືເມກຊີໂກ-ຫວຽດນາມຮຽກຮ້ອງ ໃຫ້ຈີນຈົ່ງເຄົາລົບບັນດາ ສັນຍາທີ່ໄດ້ລົງນາມແລ້ວ
(ພາບປະກອບ)
(vovworld) – ໃນຈົດໝາຍສົ່ງເຖິງສະຖານທູດ ຫວຽດນາມ ປະຈຳເມກຊີໂກ, ສະຖາບັນຮ່ວມມື ແລະ ມິດຕະພາບເມກຊີໂກ - ຫວຽດນາມ (ICAMV) ຮຽກຮ້ອງໃຫ້ ຈີນ ເຄົາລົບບັນດາສັນຍາທີ່ໄດ້ລົງນາມກັບ ຫວຽດນາມ ແລະ ບັນດາອົງການຈັດຕັ້ງສາກົນ, ພິເສດແມ່ນບັນດາສັນຍາເຊິ່ງ ຈີນ ໃຫ້ຄຳໝັ້ນສັນຍາແກ້ໄຂທຸກໆການຂັດແຍ້ງຜ່ານເສັ້ນທາງສັນຕິພາບ. ICAMV ກໍ່ສະເໜີໃຫ້ລັດຖະບານ ຈີນ ຖອນຮ້ານເຈາະນ້ຳມັນ ໄຮຢາງ - 981 ແລະ ບັນດາກຳປັ່ນຄຸ້ມກັນອອກຈາກເຂດເສດຖະກິດຈຳເພາະ ແລະ ໄຫຼ່ທະວີບຂອງ ຫວຽດນາມ ຢຸດຕິການກະທຳເກາະຜິດ. ICAMV ກໍ່ສະເໜີວ່າລັດຖະບານສະຫະພັນ ເມກຊີໂກ, ພິເສດແມ່ນທ່ານລັດຖະມົນຕີການຕ່າງປະເທດ Juan Antonio Meade, ໄດ້ສົ່ງຈົດໝາຍທາງການເຖິງລັດຖະບານ ຈີນ ຊີ້ແຈ້ງເນື້ອໃນຈິດໃຈຂອງບັນດາສັນຍາ ແລະ ຂໍ້ຕົກລົງສາກົນເຊິ່ງຕາມນັ້ນແລ້ວ, ຢັ້ງຢືນຜືນແຜ່ນດິນອັນຄົບຖ້ວນຂອງປະເທດແຄມທະເລ. ICAMV ກໍ່ຮຽກຮ້ອງໃຫ້ທົ່ວສັງຄົມພົນລະເຮືອນ ເມກຊີໂກ ເຂົ້າຮ່ວມການເຄື່ອນໄຫວທີ່ມີຊື່ວ່າ “ເພື່ອສັນຕິພາບ ແລະ ອະທິປະໄຕຂອງຫວຽດນາມ” ຜ່ານອີເມວ ແລະ ຈະຝາກເຖິງລັດຖະບານ ຈີນ ແລະ ຫວຽດນາມ.