ສະພາຄວາມໝັ້ນຄົງສະຫະປະຊາຊາດຈັດກອງປະຊຸມດ່ວນກ່ຽວກັບຄວາມເຄັ່ງຕຶງລະຫວ່າງ ລັດເຊຍ - ຢູແກຼນ

(VOVWORLD) -ກອງປະຊຸມດຳເນີນໃນເວລາ 11 ໂມງຂອງວັນທີ 26 ພະຈິກ (ຕາມເວລາທ້ອງຖິ່ນ) ຕາມການສະເໜີຂອງທັງ ລັດເຊຍ ແລະ ຢູແກຼນ.

ວັນທີ 26 ພະຈິກ, ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ດຳເນີນກອງປະຊຸມດ່ວນກ່ຽວກັບຄວາມເຄັ່ງຕຶງທາງທະເລໃໝ່ສຸດລະຫວ່າງ ລັດເຊຍ ແລະ ຢູແກຼນ. ກອງປະຊຸມດຳເນີນໃນເວລາ 11 ໂມງຂອງວັນທີ 26 ພະຈິກ (ຕາມເວລາທ້ອງຖິ່ນ) ຕາມການສະເໜີຂອງທັງ ລັດເຊຍ ແລະ ຢູແກຼນ.

        ກ່ອນໜ້ານັ້ນ, ວັນທີ 25 ພະຈິກ, ອົງການປ້ອງກັນຄວາມສະຫງົບແຫ່ງຊາດສະຫະພັນ ລັດເຊຍ (FSB) ໃຫ້ຮູ້ວ່າ: ກຳລັງປ້ອງກັນຊາຍແດນ ລັດເຊຍ ໄດ້ກັກກ່ຳປັ່ນຂອງ ຢູແກຼນ 3 ລຳ (ລວມມີກ່ຳປັ່ນ Berdyansk, Nikopol ແລະ Yany Kapu) ພາຍຫລັງບັນດາກ່ຳປັ່ນດັ່ງກ່າວເດີນທາງເຂົ້າເຂດນ່ານທະເລຂອງ ລັດເຊຍ ແລະ ບໍ່ມີປະຕິກິລິຍາຫຍັງຕໍ່ການຮຽກຮ້ອງຢຸດຕິຂອງບັນດາກຳລັງຂຶ້ນກັບ FSB ແລະ ກອງເຮືອຮົບທະເລດຳຂອງ ລັດເຊຍ. ຖະແຫຼງການກໍ່ໃຫ້ຮູ້ວ່າ: ຝ່າຍ ລັດເຊຍ ໄດ້ນຳໃຊ້ກຳລັງອາວຸດ ເຮັດໃຫ້ພົນທະຫານຂອງ ຢູແກຼນ 3 ຄົນ ຖືກຮັບບາດເຈັບ.

 

 

 

 

 

 

 

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ