ສະພາຄວາມໝັ້ນຄົງ ສປຊປຶກສາຫາລື ບັນຫາການປ່ຽນແປງຂອງດິນຟ້າອາກາດ ແລະ ບັນດາຄວາມສ່ຽງດ້ານຄວາມໝັ້ນຄົງ
(VOVWORLD) - ວັນທີ 22 ເມສາ, 10 ປະເທດສະມາຊິກສະພາຄວາມໝັ້ນຄົງ ສປຊ ໄດ້ເປັນປະທານກອງປະຊຸມທາງອອນລາຍຕາມຮູບການ Arria ກ່ຽວກັບບັນຫາ ການປ່ຽນແປງຂອງດິນຟ້າອາກາດ ແລະ ບັນດາຄວາມສ່ຽງດ້ານຄວາມໝັ້ນຄົງ.
ສະພາຄວາມໝັ້ນຄົງ ສປຊປຶກສາຫາລື ບັນຫາການປ່ຽນແປງຂອງດິນຟ້າອາກາດ ແລະ ບັນດາຄວາມສ່ຽງດ້ານຄວາມໝັ້ນຄົງ (ພາບ: THX/TTXVN) |
ບັນດາຄຳເຫັນສະເໜີບາງວິທີການຄື ຖືວ່າເອົາບັນຫາການປັບຕົວໃຫ້ແທດເໝາະກັບສະພາບການ ແລະ ຫຼຸດຜ່ອນຜົນກະທົບຈາກສະພາບການປ່ຽນແປງຂອງດິນຟ້າອາກາດເຂົ້າໃນແຜນການ, ຍຸດທະສາດ ສະກັດກັ້ນການປະທະກັນ, ສ້າງສັນຕິພາບ ແລະ ມີມາດຕະການຫຼຸດຜ່ອນປະລິມານອາຍພິດເຮືອນແກ້ວ ຈາກການເຄື່ອນໄຫວຂອງບັນດາອົງການ ສປຊ ແລະ ບັນດາຄະນະຜູ້ຕາງໜ້າ
ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສປຊ ໃຫ້ຮູ້ວ່າ: ຫວຽດນາມໄດ້ແບ່ງປັນຄວາມຫຍຸ້ງຍາກຂອງບັນດາປະເທດ ເກາະນ້ອຍ ພວມພັດທະນາ, ບັນດາປະເທດ ອາຟຼິກກາຕາເວັນຕົກ, Sahel, ເຂດໜອງ Chad ທີ່ພວມ ຮັບມືກັບບັນດາຜົນກະທົບຫຍໍ້ທໍ້ຈາກ ສະພາບການປ່ຽນແປງຂອງດິນຟ້າອາກາດ. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ກໍ່ຮຽກຮ້ອງໃຫ້ ສະພາຄວາມໝັ້ນຄົງ ສປຊຄວນສືບຕໍ່ຕິດຕາມ ແລະ ເພີ່ມທະວີກົນໄກສະໜອງຂໍ້ມູນຂ່າວສານກ່ຽວກັບບັນດາຄວາມສ່ຽງທີ່ຊ້ອນແຝງ ຍ້ອນສະພາບການປ່ຽນແປງຂອງດິນຟ້າອາກາດ ທີ່ອາດຈະສ້າງຜົນກະທົບເຖິງສັນຕິພາບ, ຄວາມໝັ້ນຄົງສາກົນ, ພ້ອມທັງສະເໜີໃຫ້ສະພາຄວາມໝັ້ນຄົງ ສປຊ ສືບຕໍ່ປຶກສາຫາລື, ປະຕິບັດສຳເລັດຂອບລະບອບລະບຽບການ ກ່ຽວກັບບັນຫາການປ່ຽນແປງຂອງດິນຟ້າອາກາດ