ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ປຶກ​ສາ​ຫາ​ລື​ປະ​ຈຳ​ປີ ກ່ຽວ​ກັບ “ຕຳຫຼວດ ສ​ປ​ຊ”

(VOVWORLD) -  ວັນທີ 10 ພະຈິກ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງການປຶກສາຫາລືປະຈຳປີກ່ຽວກັບຕຳຫຼວດ ສປຊ, ໂດຍສຸມໃສ່ຫົວຂໍ້ “ການປະກອບສ່ວນຂອງກຳລັງຕຳຫຼວດ ສປຊ ເຂົ້າໃນໂຄງການແມ່ຍິງ, ສັນຕິພາບ, ຄວາມໝັ້ນຄົງ”.
ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ປຶກ​ສາ​ຫາ​ລື​ປະ​ຈຳ​ປີ ກ່ຽວ​ກັບ “ຕຳຫຼວດ ສ​ປ​ຊ” - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: baotintuc.vn)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຖືວ່າ ການເຄື່ອນໄຫວຮັກສາສັນຕິພາບສືບຕໍ່ແມ່ນເຄື່ອງມືສຳຄັນໃນການຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ ແລະ ເປັນການຢືນຢັນການສະໜັບສະໜູນຂອງ ຫວຽດນາມ ທີ່ມີຕໍ່ການເຄື່ອນໄຫວຮັກສາສັນຕິພາບເວົ້າລວມ ແລະ ຂອງຕຳຫຼວດ ສປຊ ເວົ້າສະເພາະ. ທ່ານເອກອັກຄະລັດຖະທູດກໍຮັບຮູ້ການປະກອບສ່ວນຂອງຕຳຫຼວດເພດຍິງ ສປຊ ກໍຄື ພະນັກງານເພດຍິງທີ່ເຂົ້າຮ່ວມການຮັກສາສັນຕິພາບ.

        ໄປຄຽງຄູ່ກັນນັ້ນ, ທ່ານເອກອັກຄະລັດຖະທູດ ໄດ້ແຈ້ງໃຫ້ປະຊາຄົມສາກົນຮັບຊາບ ກ່ຽວກັບຄຳໝັ້ນສັນຍາຂອງ ຫວຽດນາມ ໃນການປະຕິບັດຂໍ້ລິເລີ່ມ A4P, A4P+, ໂຄງການແມ່ຍິງ, ສັນຕິພາບ, ຄວາມໝັ້ນຄົງ, ຜົນການຮັກສາສັນຕິພາບຂອງ ຫວຽດນາມ, ໃນນັ້ນ ເອົາໃຈໃສ່ເຖິງການເຂົ້າຮ່ວມຂອງແມ່ຍິງ ແລະ ຢືນຢັນວ່າ ຈະສືບຕໍ່ຮ່ວມມືກັບປະຊາຄົມສາກົນ ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ ແລະ ຮັບປະກັນການເຂົ້າຮ່ວມຂອງແມ່ຍິງໃນການຮັກສາ ແລະ ສ້າງສັນຕິພາບ.

ຟ້າມຮວັນ - ນັກຂ່າວ VOV ປະຈຳ ອາເມລິກາ.


ຕອບກັບ

ຂ່າວ/ບົດ​ອື່ນ