ສະພາຄວາມໝັ້ນຄົງ ສ.ປ.ຊ ຮຽກຮ້ອງຕວກກີ ແລະ ຊີຣີ ຈົ່ງລະງັບໃຈ
ເທດສະບານເມືອງ Akcakale ພາຍຫຼັງຖືກຍິງປືນໃຫຍ່. (ພາບ: AFP)
|
Vovworld- ວັນທີ 4/10, ບັນດາປະເທດກຳມະການສະພາຄວາມໝັ້ນຄົງ ສ.ປ.ຊໄດ້ເປັນເອກະສັນກັນອອກຖະແຫຼງການຮ່ວມກ່າວປະນາມກໍລະນີ ກອງທັບຊີຣີ ຍິງປືນໃຫຍ່ໃສ່ເທດສະບານເມືອງແຫ່ງໜຶ່ງຂອງຕວກກີ ອັນໄດ້ເຮັດໃຫ້ 5 ຄົນຖືກເສຍຊີວິດ. ຖະແຫຼງການຍັງຮຽກຮ້ອງໃຫ້ອຳນາດການປົກຄອງ Ancara ແລະ Damascus ຈົ່ງລະງັບໃຈ, ບໍ່ປະໃຫ້ຄວາມເຄັ່ງຕຶງປີນຂັ້ນໄດ. ໂດຍຕາງໜ້າໃຫ້ 15 ປະເທດ ກຳມະການສະພາຄວາມໝັ້ນຄົງ ສ.ປ.ຊ , ທ່ານ Gert Rosenthal ເອກອັກຄະລັດຖະທູດ Guatemala ຊຶ່ງແມ່ນປະເທດພວມດຳລົງຕຳແໜ່ງປະທານໝູນວຽນສະພາຄວາມໝັ້ນຄົງ ສ.ປ.ຊ ໃນເດືອນນີ້, ໄດ້ກ່າວຖະແຫຼງການຮ່ວມ. ຕາມນັ້ນແລ້ວ, ບັນດາປະເທດສະມາຊິກສະພາຄວາມໝັ້ນຄົງ ສ.ປ.ຊ ໄດ້ຕຳໜິຕິຕຽນຢ່າງຮຸນແຮງຕໍ່ກໍລະນີກອງທັບຊີຣີຍິງປືນໃຫຍ່ໃສ່ເຂດດິນແດນ ຂອງຕວກກີ ອັນໄດ້ເຮັດໃຫ້ 5 ຄົນຖືກເສຍຊີວິດ, ໃນນັ້ນລວມມີແມ່ຍິງ ແລະ ເດັກນ້ອຍ ແລະ ອີກຫຼາຍຄົນໄດ້ຮັບບາດເຈັບ. ບັນດາປະເທດສະມາຊິກສະພາຄວາມໝັ້ນຄົງ ສ.ປ.ຊຍັງເນັ້ນໜັກວ່າ ເຫດການດັ່ງກ່່າວໄດ້ສະແດງໃຫ້ເຫັນຜົນກະທົບຢ່າງຮ້າຍແຮງຈາກວິກິດການຢູ່ ຊີຣີ ທີ່ມີຕໍ່ບັນດາປະເທດບ້ານໃກ້ເຮືອນ ຄຽງກໍຄືສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ. ບັນດາປະເທດສະມາຊິກ ສະພາຄວາມໝັ້ນຄົງ ສ.ປ.ຊ ຍັງຮຽກຮ້ອງໃຫ້ລັດຖະບານ ຊີຣີ ຈົ່ງເຄົາລົບອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດບ້ານໃກ້ເຮືອນ ຄຽງ, ພ້ອມກັນນັ້ນ ກໍສະແດງການແບ່ງເບົາຄວາມເສົ້າສະລົດໃຈມາຍັງບັນດາຄອບຄົວຜູ້ຮັບເຄາະຮ້າຍ ກໍຄືປະຊາຊົນຕວກກີ.