ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ເຫັນດີກັບຈຸດສຸມຂອງຮ່າງມະຕິສຳລັບຊີຣີ
(ພາບປະກອບ)
(vovworld) - ສະພາຄວາມໝັ້ນຄົງສະຫະປະຊາຊາດ ເຫັນດີຈຸດສຸມຂອງຮ່າງມະຕິສຳລັບຊີຣີ, ນີ້ແມ່ນໝາກຜົນທີ່ບັນລຸໄດ້ ພາຍຫຼັງການພົບປະລະຫວ່າງບັນດາປະເທດຄະນະກຳມະການປະຈຳສະພາຄວາມໝັນຄົງສະຫະປະຊາຊາດ ເຊິ່ງລວມມີ ອາເມລິກາ, ລັດເຊຍ, ຝລັ່ງ, ອັງກິດ ແລະ ຈີນ ກັບທ່ານເລຂາທິການໃຫຍ່ສະຫະປະຊາຊາດ ບານກີມູນ ໃນວັນທີ 25 ກັນຍາ. ເນື້ອໃນຂອງຮ່າງມະຕິບໍ່ເຕື້ອງເຖິງບັນດາມາດຕະການລົງໂທດຊີຣີ ຕາມໝວດທີ 7 ໃນກົດບັດສະຫະປະຊາຊາດ ຖ້າຫາກອຳນາດການປົກຄອງຂອງທ່ານປະທານາທິບໍດີຊີຣີ Bashar al Assad ບໍ່ປະຕິບັດແຜນການທຳລາຍອາວຸດເຄມີຂອງລັດເຊຍ ແລະ ອາເມລິກາ.
ຄາດວ່າ, ຮ່າງມະຕິອາດຈະຍື່ນສະເໜີຕໍ່ສະພາໂດຍໄວ ແລະ ຜູ້ຕາງໜ້າ 5 ປະເທດກຳມາການປະຈຳກໍ່ຈະພົບປະກັນໃນວັນທີ 27 ກັນຍາ ເພື່ອປຶກສາຫາລືກ່ຽວກັບກອງປະຊຸມສັນຕິພາບຊີຣີ ຄືດັ່ງໄດ້ສະເໜີຢູ່ເຊີແນວ.
ໃນຂະນະນັ້ນ, ຄະນະນັກກວດກາອາວຸດຂອງສະຫະປະຊາຊາດ ໄດ້ໄປເຖິງຊີຣີ ເພື່ອຊອກຫາຫຼັກຖານກ່ຽວກັບບັນດາເຫດບຸກໂຈມຕີດ້ວຍອາຍພິດ. ໃນເຫດການທີ່ກ່ຽວຂ້ອງ, ຢູ່ນອກກອງປະຊຸມຄັ້ງທີ 68 ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ທີ່ນິວຢອກ, ຫຼາຍປະເທດໄດ້ໃຫ້ຄຳໝັ້ນສັນຍາເພີ່ມການຊ່ວຍເຫຼືອມະນຸດສະທຳໃຫ້ແກ່ຊີຣີ.