ສະພາທິດສະດີສູນກາງປະຊຸມປຶກສາຫາລືກ່ຽວກັບການສ້າງລະບົບການເມືອງຢ່າງກະທັດລັດ, ມີປະສິດທິຜົນ

(VOVWORLD) - ຕອນເຊົ້າວັນທີ 27 ກໍລະກົດ, ທີ່ສຳນັກງານສູນກາງພັກ, ສະພາທິດສະດີສູນກາງຈັດຕັ້ງກອງປະຊຸມເທື່ອທີ 3 ອາຍຸການ 2016 – 2021
 
ສະພາທິດສະດີສູນກາງປະຊຸມປຶກສາຫາລືກ່ຽວກັບການສ້າງລະບົບການເມືອງຢ່າງກະທັດລັດ, ມີປະສິດທິຜົນ - ảnh 1 ສະພາທິດສະດີສູນກາງປະຊຸມປຶກສາຫາລືກ່ຽວກັບການສ້າງລະບົບການເມືອງຢ່າງກະທັດລັດ, ມີປະສິດທິຜົນ (ພາບ: dangcongsan.vn)

ທີ່ກອງປະຊຸມ, ບັນດາສະມາຊິກສະພາທິດສະດີ ປຶກສາຫາລືກ່ຽວກັບບົດລາຍງານໃຫ້ຄຳປຶກສາ “ບາງບັນຫາທິດສະດີ, ພຶດຕິກຳຕົວຈິງກ່ຽວກັບການປ່ຽນແປງໃໝ່ວິທີການນຳພາຂອງພັກ, ສ້າງລະບົບການເມືອງກະທັດລັດ, ເຄື່ອນໄຫວມີຜົນສັກສິດ, ປະສິດທິຜົນ” ເພື່ອແນໃສ່ກະກຽມໃຫ້ກອງປະຊຸມສູນກາງ 6 ແລະ ລາຍງານກ່ຽວກັບການເຄື່ອນໄຫວຂອງສະພາທິດສະດີໃນ 6 ເດືອນຕົ້ນປີ 2017. ບັນດາຄຳເຫັນເນັ້ນໜັກເຖິງຄວາມຈຳເປັນ ຕ້ອງປ່ຽນແປງໃໝ່ວິທີການນຳພາຂອງພັກກັບລະບົບການເມືອງ ແລະ ສ້າງການຈັດຕັ້ງກົງຈັກຂອງລະບົບການເມືອງໃຫ້ກະທັດລັດ, ເຄື່ອນໄຫວມີຜົນສັກສິດ, ມີປະສິດທິຜົນໃນໄລຍະປະຈຸບັນ; ເປັນເອກະພາບສູງ ແລະ ເຮັດແຈ້ງບັນດາຄວາມຮັບຮູ້, ຕີລາຄາສະພາບຄວາມເປັນຈິງໃນການຮັບຮູ້ກ່ຽວກັບວິທີການນຳພາຂອງພັກ. ພ້ອມທັງເຮັດແຈ້ງກ່ວາກ່ຽວກັບຂັ້ນຕອນບາດກ້າວປະຕິບັດ ເພື່ອຮັບປະກັນລັກສະນະຄົບຊຸດຂອງລະບອບລະບຽບການເສດຖະກິດກັບລະບອບການເມືອງ, ຮັກສາຄວາມໝັ້ນຄົງດ້ານການເມືອງ - ເສດຖະກິດ - ສັງຄົມ ກັບການພັດທະນາປະເທດຊາດຢ່າງວ່ອງໄວ, ໝັ້ນຄົງໃນຊຸມປີຈະມາເຖິງ.

 

ຕອບກັບ

ຂ່າວ/ບົດ​ອື່ນ