ສະພາບການມະນຸດສະທຳຢູ່ ຊີຣີ ນັບມື້ນັບຊົ່ວຮ້າຍລົງ

ສະພາບການມະນຸດສະທຳຢູ່ ຊີຣີ ນັບມື້ນັບຊົ່ວຮ້າຍລົງ - ảnh 1
ສະພາບການມະນຸດສະທຳຢູ່ ຊີຣີ ນັບມື້ນັບຊົ່ວຮ້າຍລົງ
(ພາບປະກອບ)

(vovworld) - ວັນ​ທີ 13/8, ຫົວໜ້າ​ຄະນະ​ຜູ້​ສັງ​ເກດ​ການ​ຂອງ​ສະຫະ​ປະຊາ​ຊາດ, ທ່ານນາຍ​ພົນ Babacar Gaye ​ໃຫ້​ຮູ້​ວ່າ​ບັນດາ​​ເຫດ​ໃຊ້​ຄວາມ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່​ທົ່ວ​ປະ​ເທດ ຊີຣີ ນັບ​ມື້ນັບຮ້າຍ​ແຮງ, ​ໃນ​ນັ້ນ​ສາມັນ​ຊົນ​ແມ່ນ​ເປົ້າ​ໝາຍ​ຖືກ​ຮັບ​ຜົນ​ສະທ້ອນ​ຍ້ອນ​ອາວຸດ​ໜັກ​ຂອງ​ທັງ​ຝ່າຍ​ລັດຖະບານ ​ແລະ ຝ່າຍ​ຄ້ານ. ອົງການ​ຕິດຕາມ​ກວດກາ​ສິດທິ​ມະນຸດ​ຊີຣີ ທີ່​ມີ​ສຳນັກງານ​ຕັ້ງ​ຢູ່ ອັງກິດ​ໃຫ້​ຮູ້​ວ່າ: ການ​ປະ​ທະ​ກັນ​ຢູ່​ບັນດາ​ເມືອງ​ທາງ​ທິດ​​ໃຕ້​ຂອງ​ນະຄອນຫຼວງ Damacus ​ໃນ​ຮອບ​ເວລາ 48 ຊົ່ວ​ໂມງ​ຜ່ານ​ມາ ​ໄດ້​ເຮັດ​ໃຫ້​ມີຜູ້​ເສຍ​ຊີວິດກ່ວາ 45 ຄົນ.

ມາ​ຮອດ​ປະຈຸ​ບັນ, ​ມີ​ຜູ້​ສັງ​ເກດ​ການ​ສະຫະ​ປະຊາ​ຊາດ 21 ຄົນ​ໄດ້​ເດີນທາງ​ອອກ​ຈາກ ຊີຣີ ​ໃນ​ສະພາບ​ການ​ພາລະ​ກຳ​​ຂອງ​ເຂົາ​ເຈົ້າ​ຢູ່​ປະ​ເທດ​ນີ້​ໝົດກຳນົດ​ເວລາ​ໃນ​ວັນ​ທີ 20/8 ຈະ​ມາ​ເຖິງ. ​ເຖິງ​ວ່າ​ເຫດຜົນ​ຂອງ​ຄຳ​ຕັດສິນ​ນີ້​ບໍ່​ທັນ​ໄດ້​ຮັບ​ການ​ປະກາດ​ຢ່າງ​ເປັນ​ທາງ​ການ​ເທື່ອ. ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ຫົວໜ້າ​ອົງການ​ມະນຸດສະທຳ​ຂອງ​ສະຫະ​ປະຊາ​ຊາດ ທ່ານ​ນາງ Valerie Amos ​ໃຫ້​ຮູ້​ວ່າ: ທ່ານ​ນາງ​ຈະ​​ໄປ​ຢ້ຽມຢາມ ຊີຣີ ​ແລະ Lebanon ​ແຕ່​ວັນ​ທີ 14 – 16/8, ​ໃນ​ສະພາບ​ການ​ທີ່ “ສະພາບ​ການ​ມະນຸດສະທຳ​ຢູ່ ຊີຣີນັບ​ມື້​ນັບຊົ່ວ​ຮ້າຍ​ລົງ”.

 

ຂ່າວ/ບົດ​ອື່ນ