ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ໄລ່ຮອດເວລາ 18 ໂມງຂອງວັນທີ 21 ພຶດສະພາ, ຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ - 19  ສະສົມທັງໝົດ 4.941 ຄົນ, ໃນນັ້ນມີ 41 ຄົນເສຍຊີວິດ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບປະກອບ: THX/TTXVN

ໄລ່ຮອດຕອນເຊົ້າວັນທີ 21 ພຶດສະພາ, ໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 166 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 3,44 ລ້ານຄົນ. ປະເທດຖືກຜົນກະທົບຢ່າງຮ້າຍແຮງທີ່ສຸດຍັງຄົງແມ່ນອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 33,8 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 602.400 ຄົນ.

        ຢູ່ຈຸດໃຈກາງເກີດໂລກລະບາດໂຄວິດ - 19 ໃຫຍ່ອັນດັບທີ 2 ຂອງໂລກ ແມ່ນອິນເດຍ, ໃນວັນທີ 20 ພຶດສະພາ, ປະເທດນີ້ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ ກ່ວາ 258.600 ຄົນ ແລະ ຜູ້ເສຍຊີວິດຕື່ມອີກກ່ວາ 4.200 ຄົນ.

        ສ່ວນຢູ່ຫວຽດນາມ, ນັບແຕ່ເວລາ 6 ໂມງຂອງວັນທີ 21 ພຶດສະພາ ຫາເວລາ 18 ໂມງຂອງວັນທີ 21 ພຶດສະພາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 132 ຄົນ. ດັ່ງນັ້ນ, ໄລ່ຮອດເວລາ 18 ໂມງຂອງວັນທີ 21 ພຶດສະພາ, ຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ - 19  ສະສົມທັງໝົດ 4.941 ຄົນ, ໃນນັ້ນມີ 41 ຄົນເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ