ສະ​ພາບ​ການ​ໂລ​ກ​ລະ​ບາດ​ໂຄວິດ - 19

(VOVWORLD) -ໄລ່ຮອດເວລາ 1 ໂມງຂອງວັນທີ 4 ມິຖຸນາ (ຕາມເວລາ UTC), ໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 177 ລ້ານຄົນ ໃນນັ້ນມີ ຜູ້ເສຍຊີວິດ ກ່ວາ 3,71 ລ້ານຄົນ. 
ສະ​ພາບ​ການ​ໂລ​ກ​ລະ​ບາດ​ໂຄວິດ - 19 - ảnh 1ພາບປະກອບ: THX/TTXVN 

ຕາມກະຊວງສາທາລະນະສຸກແລ້ວ, ຮອດຕອນຄ່ຳວັນທີ 4 ມິຖຸນາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ພາຍໃນປະເທດ 6.744 ຄົນ, ຜູ້ເຂົ້າເມືອງ 1.543 ຄົນ. ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 3.242 ຄົນ ແລະ 50 ຄົນເສຍຊີວິດ.

ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometer.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 4 ມິຖຸນາ (ຕາມເວລາ UTC), ໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 177 ລ້ານຄົນ ໃນນັ້ນມີ ຜູ້ເສຍຊີວິດ ກ່ວາ 3,71 ລ້ານຄົນ. ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກກ່ວາ 468.000 ຄົນ, ແລະ ຜູ້ເສຍຊີວິດຕື່ມອີກກ່ວາ  10.000 ຄົນ.

ສ່ວນບັ້ນສັກວັກຊິນກັນ ໂຄວິດ - 19 ພວມໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ. ຈຳນວນຜູ້ຕິດເຊື້ອໃໝ່ ແລະ ເສຍຊີວິດ ມີທ່າອ່ຽງຫຼຸດລົງຢູ່ຫຼາຍພາກພື້ນ, ອາເມລິກາ ເຊິ່ງແມ່ນຈຸດໃຈກາງເກີດໂລກລະບາດໂຄວິດ - 19 ໃນໂລກ ກໍ່ມີບັນດາຕົວເລກຢັ້ງຢືນຜູ້ຕິດເຊື້ອທີ່ຕັ້ງໜ້າ ໃນທຸກໆວັນ.

ຕອບກັບ

ຂ່າວ/ບົດ​ອື່ນ