ສະພາບຂາດສະຖຽນ ລະພາບດ້ານການເມືອງ ຢູ່ໄທ


ສະພາບຂາດສະຖຽນ ລະພາບດ້ານການເມືອງ ຢູ່ໄທ - ảnh 1

 (ພາບ: AFP)

 (vovworld)-  ​​​ວັນ​ທີ 22/11, ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ໄທ ສຸຣະຊາດ ​ໄດ້​ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ຈົ່ງ​ຢຸດຕິ​ທຸກໆ​ການ​ກະທຳ​ເພີ່ມ​ການ​ປະ​ທະ​ກັນ​ໃນ​ປະຈຸ​ບັນ​ຢູ່​ປະ​ເທດ​ນີ້. ທ່ານ​ສຸຣະຊາດ ​ໃຫ້​ຮູ້​ວ່າ: ສະພາບ​ດ້ານ​ການ​ເມືອງ​ຢູ່​ໄທ ມີ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ​ພາຍ​ຫຼັງ​ຄຳ​ຕັດສິນ​ຂອງ​ສານ​ລັດຖະທຳ​ມະນູນ​ກ່ຽວ​ກັບ​ສະມາຊິກ​ຂອງ​ວຸດ​ທິສະພາ​​ໄທ. ຄວາມ​ບໍ່​ລົງ​ລອຍ​ກັນ​ເກີດ​ຂຶ້ນ​ລະຫວ່າງ​ບັນດາ​ນັກ​ການ​ເມືອງ ກໍ່​ຄື​ວົງ​ການ​ນັກ​ຂ່າວ​ດ້ວຍ​ບັນດາ​ຂໍ້​ມູນ​ຂ່າວ​ຕ່າງ​ກັນ, ຊ້ຳບໍ່​ໜຳ​ມີ​ຂ່າວ​ເສກ​ສັນ​ປັ້ນ​ແຕ່ງ. ທ່ານ​ສຸຣະຊາດຖື​ວ່າ: ສະພາບ​ການ​ປະຈຸ​ບັນ​ສາມາດ​ກໍ່​ຄວາມ​ອັນຕະລາຍ​ໃຫ້​ຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ. ທ່ານ​ເນັ້ນໜັກ​ວ່າ, ປະຈຸ​ບັນ​ແມ່ນ​ຈຸດ​ເວລາ​ຕ້ອງ​ຢຸດຕິ​ທຸກໆ​ການ​ໂຕ້​ຖຽງ​ກັນ ​ແລະ ຝ່າຍ​ຕ່າງໆ​ຕ້ອງ​ດຳ​ເນີນ​ການ​ເຈລະຈາ​ໂດຍ​ສັນຕິ​ວິທີ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ຮັກ​ຊາດ ​ແລະ ​ເຄົາລົບ​ບັນດາ​ລະບຽບ​ກົດໝາຍ. ນີ້​ແມ່ນ​ຄັ້ງທຳອິດ​ທີ່​ຜູ້ຕາງໜ້າ​ກອງທັບໄທ ​ໄດ້​ອອກສຽງ​ທາງ​ການ​ກ່ຽວ​ກັບ​ສະພາບ​ຂາດ​ສະຖຽນ​ລະ​ພາບດ້ານ​ການ​ເມືອງຢູ່​ໄທ​ໃນ​ປະຈຸ​ບັນ.

ຂ່າວ/ບົດ​ອື່ນ