ທ່ານນາງ ຫງວຽນທິກີມເງິນ, ຮອງປະທານສະພາແຫ່ງຊາດຫວຽດນາມ
photo:internet
|
(vovworld)-ຕອນເຊົ້າວັນທີ 17/9, ກອງປະຊຸມ ສະພາປະຊາຊົນບັນດາແຂວງ, ນະຄອນ ເຂດທົ່ງພຽງແມ່ນ້ຳແດງ ແລະ ແຄມທະເລພາກເຫນືອຫວຽດນາມ ຄັ້ງທີ 8 ໄດ້ຈັດຕັ້ງຂຶ້ນຢູ່ ແຂວງ ຫາຍເຢືອງ ພາຍໃຕ້ຫົວເລື່ອງວ່າ: “ຍົກສູງຄຸນນະພາບ, ປະສິດທິຜົນ, ຜົນສັກສິດການເຄື່ອນໄຫວຂອງສະພາປະຊາຊົນຂັ້ນແຂວງ”. ທີ່ກອງປະຊຸມ, ຜູ້ແທນຫລາຍທ່ານຖືວ່າ:ເພື່ອຍົກສູງຄຸນນະພາບ, ປະສິດທິຜົນ, ຜົນສັກສິດການເຄື່ອນໄຫວຂອງສະພາປະຊາຊົນຂັ້ນແຂວງ, ຄວນເພີ່ມທະວີການສົມທົບລະຫວ່າງປະຈຳສະພາປະຊາຊົນ, ຄະນະກຳມະການປະຊາຊົນ ແລະ ແນວໂຮມປະເທດຊາດໃນການກະກຽມ ແລະ ຈັດຕັ້ງກອງປະຊຸມສະພາປະຊາຊົນແຂວງ, ປະກາດໃຊ້ກົນໄກສົມທົບວຽກງານ. ພ້ອມກັນນັ້ນ ຍູ້ແຮງການເຄື່ອນໄຫວຕິດຕາມກວດກາ, ເລືອກເຟັ້ນເນື້ອໃນຕິດຕາມກວດກາຢ່າງໃກ້ຊິດຕິດແທດ, ເໝາະສົມ ຊື່ງທຸກຂັ້ນ, ທຸກຂະແຫນງການ ແລະ ຫາງສຽງສົນໃຈ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນທິກີມເງິນ, ຮອງປະທານສະພາແຫ່ງຊາດຫວຽດນາມ ສະເຫນີວ່າ:
“ທີ່ກອງປະຊຸມທ້າຍປີ 2014, ສະພາປະຊາຊົນບັນດາແຂວງ, ນະຄອນ ຈະຈັດຕັ້ງການລົງຄະແນນສຽງໄວ້ວາງໃຈສຳລັບສຳລັບບັນດາຕຳແຫນ່ງໂດຍສະພາປະຊາຊົນເລືອກຕັ້ງ. ນີ້ແມ່ນຫນຶ່ງໃນບັນດາເນື້ອໃນສຳຄັນຂອງສະພາປະຊາຊົນ ເພື່ອປະຕິບັດສິດຕິດຕາມກວດກາ.”