ການນຳສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ |
(vovworld)- ຕອນເຊົ້າວັນທີ 26/1, ຢູ່ຮ່າໂນ້ຍ, ສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມໄດ້ຈັດກອງປະຊຸມສະຫຼຸບວຽກງານປີ 2014 ແລະ ຜັນຂະຫຍາຍໜ້າທີ່ປີ 2015, ທ່ານເລຮົ່ງແອງຜູ້ປະຈຳການຄະນະເລຂາສູນກາງ
ພັກ ແລະ ທ່ານວູ້ດຶກດາມ ຮອງນາຍົກລັດຖະມົນຕີໄດ້ເຂົ້າຮ່ວມກອງປະຊຸມ. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຮົ່ງແອງຜູ້ປະຈຳການຄະນະເລຂາສູນກາງພັກ ໄດ້ສະເໜີ ສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ ຈົ່ງເພີ່ມທະວີການຮ່ວມມືສາກົນ, ກໍ່ສ້າງຖັນແຖວພະນັກງານວິທະຍາສາດທີ່ມີຄວາມຮູ້, ຄວາມສາມາດ.